ພິມ ພິມ

ໄຂ່ລູກເຂີຍ

0

ເຄື່ອງປະກອບ

  1. ໄຂ່ 10 ໜ່ວຍ
  2. ນຳ້ຕານ 1/2 ຖ້ວຍນ້ອຍ
  3. ນຳ້ໝາກຂາມປຽກ 1 ຖ້ວຍນ້ອຍ
  4. ຜັກທຽມແຫ້ງ 10 ຫົວ
  5. ຜັກບົ່າວແຫ້ງ 10 ຫົວ
  6. ໝາກເຜັດແຫ້ງ 10 ໜ່ວຍ
  7. ຫອມປ້ອມ 1 ມັດ
  8. ນຳ້ 1 ຖ້ວຍນ້ອຍ
  9. ນຳ້ມັນພືດ 0.5 ລິດ
  10. ນຳ້ປາ 4 ບ່ວງແກງ
  11. ເກືອ 1 ບ່ວງແກງ
ໄຂ່ລູກເຂີຍ

ໄຂ່ລູກເຂີຍ

 

ການກະກຽມ

ໄຂ່ຕົ້ມໃຫ້ສຸກປອກກາບອອກປະໄວ້ໃຫ້ເຢັນ, ຜັກບົ່ວຜັກທຽມແຫ້ງແກະກາບອອກນຳມາຊອຍບາງໆ ຈືນໃຫ້ເຫລືອງຫອມ, ໝາກເຜັດໃຫ້ຊອຍຕາມລວງຍາວນຳມາຈືນໃຫ້ກອບ, ຫອມປ້ອມເດັດເອົາແຕ່ໃບ.

ວິທີປຸງ ໄຂ່ລູກເຂີຍ

ນຳໄຂ່ທີ່ປອກແລ້ວມາຈືນໃຫ້ເຫລືອງແລ້ວຜ່າເຄິ່ງຕາມລວງຍາວ ຈັດໃສ່ຈານປະໄວ້.

ເອົານຳ້ຕານຂ້ຽວໃຫ້ໜຽວເປັນຢາງ, ໃສ່ນຳ້, ນຳ້ປາ, ນຳ້ໝາກຂາມປຽກ, ເກືອ ໃຫ້ມີລົດຊາດສົ້ມຫວານ ເຄັມເລັກນ້ອຍ ແລ້ວນຳມາລາດໃສ່ໄຂ່ທີ່ຈັດໄວ້ ໂຮຍດ້ວຍໝາກເຜັດ, ຜັກບົ່ວຜັກທຽມຈຽວ ແລະ ໃບຫອມປ້ອມ ນຳໄປເສີບໄດ້.

ແຊຣ.