ພິມ ພິມ

ໄຂ່ຍ່ຽວມ້າ

0

ເຄື່ອງປະກອບ

ສູດທີ່ 1 ໃຊ້ສຳລັບໄຂ່ເປັດ 100ໜ່ວຍ.

ໂສດາກາກໂບນິກ 200 ກລາມ.

ປູນຂາວ 3 ກລາມ.

ໃບຊາດຳປົ່ນ 600 ກລາມ.

ຂີ້ເທົ່າຈາກເຕົາຟືນ 36 ລິດ

ເກຶອ 5ກລາມ.

ນຳ້ພໍສົມຄວນ

ແກບພໍສົມຄວນ.

 

ວິທີເຮັດ ໄຂ່ຍ່ຽວມ້າ

ນຳໂສດາກາກໂບນິກ, ຂີ້ເທົ່າ,ປູນຂາວ,ເກຶອ,ໃບຊາດຳປົ່ນ ນຳມາປະສົມໃຫ້ເຂົ້າກັນດີ ແລ້ວ ຈຶ່ງຄ່ອຍໆຕື່ມນຳ້ນ່ຽງຈົນມີລັກສະນະໜຽວ μ່າໃຫ້ນຳ້ຫຼາຍເກີນໄປມັນຈະປຽກ ຖ້າໃສ່ນຳ້ນ້ອຍເກີນໄປ ສ່ວນປະສົມຈະບໍ່ຈັບໂຕໜຽວ.

ນຳໄຂ່ມາລ້າງໃຫ້ສະອາດ ເຊັດໃຫ້ແຫ້ງ ແລ້ວນຳສ່ວນປະສົມມາຫໍ່ໄຂ່ໃຫ້ທົ່ວໜ່ວຍ ໜາປະມານ 1ຊັງຕີແມັດ ແລ້ວນຳແກບມາໂຮຍຫຼືປະສົມກັບໄຂ່ທີ່ຫໍ່ ຈາກນັ້ນນຳໄຂ່ທີ່ຫໍ່ແລ້ວບັນຈຸລົງໃນລັງໄມ້ທີ່ມີແກບໃສ່μູ່ຮອງພoeນ ອັດຝາμ່າໃຫ້ອາກາດຖ່າຍເທເຂົ້າໄດ້ ເກັບບັນຈຸໄວ້μ່າໃຫ້ຖືກຄວາມຮ້ອນຫຼາຍເກີນໄປ (ຫ້າມຕາກ 5 ແດດ) ອຸ່ນະພູມທີ່ເໝາະສົມຄື 25 ໍc. (ໃຊ້ເວລາໃນການບົ່ມປະມານ 50ມື້) ຈະໄດ້ໄຂ່ຍ່ຽວມ້າຕາມທີ່ຕ້ອງການ.

ເປີດຝາປີ້ນໄຂ່ທຸກໆວັນ ເພຶ່ອໃຫ້ໄຂ່ແດງμູ່ກາງໜ່ວຍ ມີໄຂ່ຂາວສີຕັບໝູອ່ອນ ແລະໄຂ່ແດງສີຂຽວແກ່ຄືສີຂີ້ມ້າ ຖ້າໄຂ່ມີລັກສະນະແຫຼວຂຸ້ນເຫຼືອງ ສະແດງວ່າໄຂ່ເນົ່າ ຫຼືນຳໄຂ່ເນົ່າມາເຮັດ.

ການຈຳນ່າຍ: ຈຳເປັນຕ້ອງແກະເປືອກທີ່ຫໍ່ຫຸ້ມອອກ ຈຶ່ງຈະເກັບໄວ້ໄດ້ນານໆ ຖ້າຫຸ້ມເປືອກໄປເລື້ອຍໆ ໄຂ່ຍ່ຽວມ້າຈະເພີ້ມປະຕິກິລິຍາທາງເຄມີ ເຮັດໃຫ້ມີສານຂີ້ກົ່ວ ຫຼາຍຂoeນ ອາດຈະເປັນອັນຕະລາຍຕໍ່ຜູ້ບໍລິໂພກ .

ໄຂ່ຍ່ຽວມ້າ

ໄຂ່ຍ່ຽວມ້າ

 

ແຊຣ.