- kinzapzap - http://www.kinzapzap.com -

ໄຂ່ຍັດໄສ້

ເຄື່ອງປະກອບ

  1. ໄຂ່ 10 ໜ່ວຍ
  2. ຊີ້ນຫມູ 3 ຂີດ
  3. ຜັກບົວແຫ່ງ5 ຫົວ
  4. ສະລັດ 2 ຕົ້ນ
  5. ພີກໄທ1ບ່ວງຊາ
  6. ຫົວຜັກບົວໃຫ່ຍ 2 ຫົວ
  7. ໜາກກະເວ່ ຫຼືແກ່ນຖົ່ວຍັດ 1 ຖວ້ຍນອ້ຍ
  8. ນຳ້ປາ1 ບ່ວງແກງ
  9. ນຳ້ຕານ1 ບ່ວງແກງ
  10. ແປ້ງນົວ 1 ບ່ວງຊາ
  11. ເກືອ1 ບ່ວງຊາ
  12. ນຳ້ມັນພືດ1 ຖ້ວຍນ້ອຍ

ການກະກຽມ

ຊີ້ນໝູລ້າງນຳ້ໃຫ້ສະອາດ ຟັກໃຫ້ແຫຼກ ຫຼື ຊ່ອຍເປັນຕອນສີ່ຫລຽມນອ້ຍກໍ່ໄດ້, ຕີໄຂ່ໃຫ້ແຕກໃສ່ເກືອ

ຜິກໄທ, ແປ້ງນົວເລັກໜ້ອຍ,ຫົວຜັກບົວໃຫ່ຍ,ຖົ່ວກະເວ່ ລ້າງນຳ້ໃຫ້ສະອາດຊ່ອຍເປັນຕອນ 4 ຫລ່ຽມ

ຫົວຜັກບົວແຫ້ງ ແກະກອບອອກດ ຊອ່ຍເປັນຕອນບາງໆສະລັດລາງປະໄວ້

ວິທີປຸງ ໄຂ່ຍັດໄສ້

ເອົາຊີ້ນໝູຂົ້ວໃສ່ກັບນຳ້ມັນ, ຫົວຜັກບົວແຫ້ງໃສ່ແປ້ງນົວ, ນຳ້ຕານ, ນຳ້ປາ , ພີກໄທຂົ້ວໃຫ້ເຂົ້າກັນ

ປຸງລົດໃຫ້ພໍດີໃສ່ໝາກຖົ່ວກາເວ້ , ຫົວຜັກບົວໃຫ່ຍຄົນໃຫ້ເຂົ້າກັນປະໄວ້ , ເອົານຳ້ມັນໃສ່ໝໍ້ຄາງໄຟ

ໃຫ້ຮອ້ນເອົາໄຂ່ໃສ່ພໍສຸກແລ້ວເອົາຊີ້ນໝູລົງໃສ່ແລ້ວພັບໃຫ້ເປັນ4ຫລຽມປີ້ນກັບໄປກັບມາແລ້ວຈັດໃສ່

ຈານຜັກສະລັດໃຫ້ສວຍງາມແລ້ວເສີບເລີຍ.

ໄຂ່ຍັດໄສ້

ໄຂ່ຍັດໄສ້