- kinzapzap - http://www.kinzapzap.com -

ໄຂ່ຈືນແບບຝຮັ່ງ

ເຄື່ອງປະກອບ

ໄຂ່ຈືນແບບຝຣັ່ງ

ໄຂ່ຈືນແບບຝຣັ່ງ

  1. ໄຂ່ໄກ່ 3 ໜ່ວຍ
  2. ນຳ້ຕົ້ມກະດູກໝູ 1 ບ່ວງແກງ
  3. ເກືອ 0.5 ບ່ວງຊາ
  4. ພິກໄທ 0.5 ບ່ວງຊາ
  5. ເບີ 2 ບ່ວງແກງ
  6. ນົມສົດ 3 ບ່ວງແກງ

ການກະກຽມ

ທຸບໄຂ່ໃສ່ຖ້ວຍຕີໃຫ້ແຕກ ໃສ່ນົມສົດ, ນຳ້ຕົ້ມກະດູກໝູ, ເກືອ, ພິກໄທ ຕີໃຫ້ເຂົ້າກັນ

ວິທີປຸງ ໄຂ່ຈືນແບບຝຣັ່ງ

ເອົາເບີໃສ່ໝໍ້ຄ້າງໄຟໃຫ້ຮ້ອນ ເອົາໄຂ່ລົງໃສ່ ງ່ຽງໝໍ້ໄປມາໃຫ້ທົ່ວ ຜ່ອນໄຟອ່ອນພໍໃຫ້ໄຂ່ສຸກ ໃຊ້ຕະຫລິວ ຕັກແຄມໄຂ່ພັບເຂົ້າຫາກັນ ຕັກໃສ່ຈານເສີບຮ້ອນໆ