- kinzapzap - http://www.kinzapzap.com -

ໄຂ່ຂ້ວມ

ເຄື່ອງປະກອບ

−       ໄຂ່ເປັດ: 6 ໜ່ວຍ

−       ໄຂ່ໄກ່: 2 ໜ່ວຍ

−       ​ຊີ້ນໝູ: 3 ຂີດ

−       ຜັກບົ່ວແຫ້ງ: 5 ຫົວ

−       ພິກໄທ: 1 ບ່ວງຊາ

−       ນຳ້ປາ: 2 ບ່ວງ​ແກງ

−       ເກືອ: 1/2 ບ່ວງ​ຊາ

−       ນຳ້ມັນ​ພືດ: 1 ລິດ

ວິທີເຮັດ ໄຂ່ຂ້ວມ

ໄຂ່ຂ້ວມ

ໄຂ່ຂ້ວມ

 

​​ໄຂ່​ເປັດ​ຕົ້ມ​ໃຫ້​ສຸກ​ປອກ​ເປືອກ​ຜ່າ​ເຄິ່ງ​ເອົາ​ມອນ​ອອກ, ​ໄຂ່​ໄກ່ຕີ​ໃຫ້​ແຕກ, ຊີ້ນ​ລ້າງນຳ້​ໃຫ້​ສະ ອາດ ຟັກ​ໃຫ້​ແຫຼກຂົ້ວ​​ໃຫ້​ສຸກ ພ້ອມ​ທັງ​ໃສ່​ເຄື່ອງປຸງ​ທຸກ​ຢ່າງ​ຕຳ​ໃຫ້​ແຫຼກ​ໃສ່​ມອນ​ໄຂ່ແລ້ວ​ຊີມລົດໃຫ້​ພໍດີ ນຳ​ມາ​ຢັດ​ໃສ່​ໄຂ່​ຂາວ​ຄືນ ແລະ​ຈຸ່ມ​ໄຂ​ແລ້ວ​ນຳ​ໄປ​ຈືນ​ໃຫ້​ສຸກ​ເຫຼືອງ.