- kinzapzap - http://www.kinzapzap.com -

ໄກ່ຫໍ່ໃບເຕີຍ

ເຄື່ອງປະກອບ

ຊີ້ນໄກ່: 1/2 ກິໂລ

ໃບເຕີຍ: 30 ໃບ

ນຳ້ຕານ: 2 ບ່ວງຊາ

ຜັກທຽມ: 2 ຫົວ

ຊີອີ້ວຂາວ: 2 ບ່ວງແກງ

ພິກໄທ: 1 ບ່ວງຊາ

ຈອນນີ້: 2 ບ່ວງແກງ

ນຳ້ມັນຫອຍ: 3 ບ່ວງແກງ

ນຳ້ມັນພືດ: 1 ລີດ

ນຳ້ມັນງ່າ: 2 ບ່ວງແກງ

ໝາກງາ: 1 ບ່ວງຊາ

ຊີອີ້ວຢີ່ປຸນ: 1/2 ຖ້ວຍ

ໄກ່ຫໍ່ໃບເຕີຍ

ໄກ່ຫໍ່ໃບເຕີຍ

ວິທີປຸງ ໄກ່ຫໍ່ໃບເຕີຍ

ໄກ່ລ້າງນຳ້ໃຫ້ສະອາດ ຕັດເປັນຄ່ອນສີ່ຫຼ່ຽມ ຜັກທຽມແກະອອກຕຳໃຫ້ແຫຼກ, ໃບເຕີຍລ້າງນຳ້ໃຫ້ສະອາດ ແລ້ວເອົາຊີ້ນໄກ່ມາຊາວ ໃສ່ເຄື່ອງປຸງໝັກປະໄວ້ປະມານ 20 ນາທີ

ນຳເອົາໃບເຕີຍມາຫໍ່ໄກ່ທີໝັກໄວ້ແລ້ວນັ້ນໃຫ້ງາມແລ້ວ ນຳໄປຈືນຕັກຂື້ນໃຫ້ສະເດັດນຳ້ມັນແລ້ວ ນຳມາຈັດໃສ່ຈານຮັບປະທານກັບຊີອີວຢີ່ປຸນທີມີໝາກງ່າໂຮຍໜ້າ