- kinzapzap - http://www.kinzapzap.com -

ໂຄໂລເກະ

ເຄື່ອງປະກອບ

ໂຄໂລເກະ

ໂຄໂລເກະ

ຊີ້ນໝູບົດ: 1/2 ກິໂລ

ຫົວຜັກບົ່ວໃຫຍ່ສັບລະອຽດ: 2 ຫົວ

ມັນຝຣັ່ງ: 1/2 ກິໂລ

ເບີ

ສະອິວຄິກໂຄແມັນ

ແປ້ງນົວ, ເກືອ, ພິກໄທ, ນຳ້ຕານ, ແປ້ງສາລີ, ເກັດເຂົ້າຈີ່, ໄຂ່ໄກ່, ນຳ້ມັນພືດ.

ວິທີເຮັດ ໂຄໂລເກະ

ຄ້າງໝໍ້ໃຫ້ຮ້ອນ ແລ້ວເອົາເບີຂົ້ວໃສ່ໃຫ້ລະລາຍ ເອົາຜັກບົ່ວຂົ້ວໃຫ້ຫອມ ແລ້ວເອົາຊີ້ນໃສ່ ພ້ອມດ້ວຍເຄື່ອງປຸງ ແລ້ວຕັກອອກໃຫ້ສະເດັດນຳ້ມັນ, ມັນຝຣັ່ງປອກເປືອກແລ້ວຕົ້ມໃຫ້ສຸກ, ຫຼັງຈາກ ນັ້ນນຳມາຕຳໃຫ້ລະອຽດ, ເອົາຊີ້ນທີ່ຂົ້ວໄວ້ມາຄົນໃສ່ກັບມັນຝຣັ່ງຂົ້ວໃຫ້ເຂົ້າກັນດີ ແລ້ວປັ້ນເປັນກ້ອນ ພໍດີງາມ ເມື່ອປັ້ນແລ້ວນຳມາຈຸ່ມແປງສາລີ, ໄຂ່, ເກັດເຂົ້າຈີ່ ແລ້ວນຳໄປຈືນໃຫ້ສຸກເຫຼືອງ ຈັດໃສ່ຈານ ຮັບປະທານກັບຊອດ, ສະອິວຄິກໂຄແມັນ.