- kinzapzap - http://www.kinzapzap.com -

ແໜມເໜື່ອງ

nemnuong-02ແໜມເໜື່ອງ

ເຄື່ອງປະກອບ

  1. ຊີ້ນໝູ 1 ກິ​ໂລ
  2. ມັນໝູ​ເປັນ​ຕ່ອນ 0,3 Kg
  3. ນຳ້ຕານ 6 ບ່ວງ​ແກງ
  4. ເກືອ 2 ບ່ວງ​ແກງ
  5. ຜັກທຽມ​ແຫ້ງ 0,1 Kg
  6. ແປ້ງໜຽວ ຫຼື ສິງກະ​ໂບບ່ວງ​ແກງ
  7. ໄມ້​ສຽບຕາມ​ຕ້ອງການ

ການກະກຽມ ແໜມເໜື່ອງ

ຊີ້ນໝູລ້າງນຳ້​ໃຫ້​ສະອາດ​ຟັກ​ໃຫ້​ມຸ່ນ ແລ້ວ​ຕຳ່​ໃຫ້ໜຽວ​ແລ້ວ​ນຳ​ປະສົມ​ເຄື່ອງປຸງ ທັງໝົດຄັ້ນ​ເຂົ້າກັນ​ໃຫ້ໜຽວ, ຜັກທຽມ​ແກະ​ກາບ​ອອກ​ສັບ​ໃຫ້​ລະອຽດ​ ແຕ່​ບໍ່​ຄວນ​ຕຳ​ໃສ່​ກັບ​ຊີ້ນໝູ​ເປັນ​ຕ່ອນ​ນຳ​ມາ​ຊອຍ​ເປັນ​ຕ່ອນ​ສີ່ຫຼຽມນ້ອຍໆປະ​ໄວ້ ຈາກ​ນັ້ນ​ນຳ​ຊີ້ນ​ໝູທີ່​ຕຳ​ແລ້ວ​ມາ​ຊາວ​ໃສ່​ຜັກທຽມ, ມັນ​ໝູ​ແລ້ວ​ປັ້ນ​ເປັນ​ກ້ອນ​ຂະໜາດ​ເທົ່າ​ລູກ​ຊີ້ນໜ່ວຍນ້ອຍ​ແລ້ວ​ສຽບ​ໃສ່​ໄມ້​ນຳ​ມາ​ປິ້ງ​ໃຫ້​ສຸກ.

ສຳລັບ​ຜັກ​ທີ່​ກິນ​ກັບ

​ແຜ່ນ​ຢໍ່, ຜັກ​ສະຫຼັດ, ຜັກ​ສະ​ເມັກ, ມາກ​ເຟືອງ, ໝາກກ້ວຍທະນີ, ຫອມ​ລາວ, ຜັກທຽມ, ຫອມ ປ້ອມ ​ແລະ ອື່ນໆ.

​ແຈວ​ ແໜມ​ເໜື່ອງ

nemnuongsauceເຄື່ອງປະກອບ

ການກະກຽມ

​ເອົາ​ເຂົ້າ​ລ້າງ​ນຳ້ໃຫ້ສະອາດ​ ຕົ້ມ​ຕອງ​ເອົາ​ແຕ່​ນຳ້​ໃຫ້​ໄດ້ 3-4 ຖ້ວຍ ໝາກ​ເຜັດ​ປັ່ນ​ໃສ່​ກັບ​ນຳ້​ສົ້ມ, ນຳ້ຜັກທຽມດອງ.

ວິທີປຸງ

​ເອົາ​ນຳ້ຕານ​ລົງ​ຈຽວ​ໃສ່ໝໍ້​ໃຫ້​ເປັນ​ສີ​ແດງ​ ແລ້ວ​ໃສ່​ນຳ້ຕານກ້ອນ ແລະ ​ນຳ້​ເຂົ້າ ປຸງ​ເຄື່ອງທຸກ​ຢ່າ​ງລົງ​ໃສ່​ແລ້ວ​ຊີມ​ລົດ​ຊາດ ​ໃຫ້​ພໍດີ​ເວລາ​ຈະ​ເສີ​ບ​ໃຫ້​ໃສ່ໝາກ​ເຜັດທີ່​ບົດ ​ແລະ ໝາກຖົ່ວດິນ.