ພິມ ພິມ

ແໜມເຂົ້າ

0

ເຄື່ອງປະກອບ

  1. ເຂົ້າຈ້າວ 1 ກິໂລ
  2. ໄຂ່ໄກ່ 5 ໜ່ວຍ
  3. ສົ້ມໝູ 5 ຫໍ່
  4. ໜັງໝູ 2 ຂີດ
  5. ໝາກພ້າວກະຈາຂູດ 1 ຖ້ວຍນ້ອຍ
  6. ນຳ້ຕານ1.5 ບ່ວງແກງ
  7. ປ້ງນົວ 1 ບ່ວງຊາ
  8. ເກືອ 1 ບ່ວງຊາ
  9. ນຳ້ມັນພືດ 1 ຕຸກນ້ອຍ
  10. ໝາກນາວ 3 ໜ່ວຍ
  11. ນຳ້ປາ 2 ບ່ວງແກງ
  12. ແປ້ງສາລີ 3 ບ່ວງແກງ
  13. ໝາກປີ 1 ຫົວ
  14. ສະລັດ 0.5 ໂລ
  15. ໃບອີເລີດ 2 ມັດ
  16. ຜັກຕິ້ວ 2 ມັດ
  17. ຜັກໜອກ 1 ມັດ
  18. ໝາກເຜັດນ້ອຍແຫ້ງ 15-20 ໜ່ວຍ
  19. ຫອມລາບຕາມຈຳນວນຕ້ອງການ
  20. ຫອມບົ່ວແຫ້ງ 5 ຫົວ
  21. ຜັກບົ່ວສົດ 1 ມັດ
  22. ໝາກຖົ່ວດິນ 2 ຂີດ
  23. ໝາກກະຖິນອ່ອນ 2 ມັດ

ການກະກຽມ

ເຂົາຈ້າວລ້າງນຳ້ໃຫ້ສະອາດຫຸງໃຫ້ສຸກ, ໜັງໝູລ້າງນຳ້ໃຫ້ສະອາດ ນຳໄປຕົ້ມໃຫ້ສຸກເປື່ອຍພໍດີ ຊອຍບາງໆ, ໝາກຖົ່ວດິນຂົ້ວໃຫ້ສຸກ ຕຳໃຫ້ແຫລກ, ໝາກເຜັດນ້ອຍແຫ້ງຂົ້ວໃສ່ນຳ້ມັນໃຫ້ກອບ, ຜັກທຸກຢ່າງ ລ້າງນຳ້ໃຫ້ສະອາດ, ໝາກປີຜ່າເປັນປ່ຽງແຊ່ນຳ້ປະໄວ້, ຜັກບົ່ວສົດລັາງນຳໃຫ້ສະອາດຊອຍແລບໆ, ຫອມລາບ ເດັດເປັນໃບ.

ວິທີປຸງເຂົ້າເຮັດແໜມ

ເອົາເຂົ້າຈ້າວໝາກພ້າວກະຈາຂູດ, ໄຂ່ 2 ໜ່ວຍ, ເກືອ, ນຳ້ປາ, ແປ້ງນົວ, ຄົນໃຫ້ເຂົາກັນປັ້ນເປັນກ້ອນ ພໍດີ, ເອົາແປ້ງ, ໄຂ່, ຕີໃຫ້ເຂົ້າກັນ ໃສ່ນຳໜ້ອຍນື່ງ ຄົນໃຫ້ເຂົາກັນ ແລ້ວເອົາເຂົ້າຈຸ່ມລົງ ແລ້ວຈືນໃສ່ນຳ້ມັນ ທີ່ກຳລັງຮ້ອນ ຈືນໃຫ້ເຫລືອງກອບ, ຕັກຂຶ້ນໃຫ້ສະເດັດນຳ້ມັນ ປະໄວ້ໃຫ້ເຢັນ.

ວິທີປຸງ ແໜມເຂົ້າ

ເອົາເຂົ້າມາປີ້ໃຫ້ແຕກ, ເອົາໜັງໝູ, ເອົາສົ້ມໝູ ມາຄັນໃຫ້ເຂົ້າກັນ, ປຸງລົດດ້ວຍນຳ້ປາ, ນຳ້ຕານ, ແປ້ງນົວ ນຳ້ໝາກນາວ ປຸງລົດໃຫ້ພໍດີ ຕັກໃສ່ຈານ ເອົາໝາກຖົ່ວດິນໂຮຍໃສ່ ພ້ອມດ້ວຍໝາກເຜັດນ້ອຍແຫ້ງ.

ແໜມເຂົ້າ

ແໜມເຂົ້າ

 

ແຊຣ.