- kinzapzap - http://www.kinzapzap.com -

ແຮມເບີເກີ

ເຄື່ອງປະກອບ

  1. ຊີ້ນງົວ 0.5 ກິໂລ
  2. ເກືອ 2 ບ່ວງຊາ
  3. ຊອດໝາກເລັ່ນ 1 ຖ້ວຍນ້ອຍ
  4. ພິກໄທ 1/2 ບ່ວງແກງ
  5. ໝາກເຜັດຫວານ 1ໜ່ວຍ
  6. ຫອມບົ່ວໃຫຍ່ 1 ຫົວ
  7. ໝາກເລັ່ນ 2 ໜ່ວຍ
  8. ຜັກສະລັດ 1 ມັດ
  9. ເຂົ້າໜົມແຮມເບີເກີ 1 ຖົງ (6 ກ້ອນ)
  10. ມັນຝຣັ່ງ 0.5 ກິໂລ
  11. ເບີ ຫລື ມາຍອງແນດ 1/2 ກ້ອນ
  12. ນຳ້ມັນພືດ 1 ຕຸກນ້ອຍ

ການກະກຽມ

ນຳເຄື່ອງທຸກຢ່າງລ້າງນຳ້ໃຫ້ສະອາດ, ຊີ້ນຝັກໃຫ້ແຫລກປະສົມເກືອ, ພິກໄທ ແລ້ວປັ້ນເປັນກ້ອນໃຫ້ໄດ້ 6 ກ້ອນ ນຳມາທອດໃສ່ເບີດ້ານລະ 5-7 ນາທີ, ເຂົ້າໜົມປິ້ງ ຫລື ອົບ ຈຶ່ງນຳເອົາມາຜ່າເຄິ່ງທາງກາງ ບໍ່ໃຫ້ຂາດ ອອກຈາກກັນ, ໝາກເລັ່ນ, ໝາກເຜັດໃຫຍ່, ຫອມບົ່ວໃຫຍ່ ອຍຕາມລວງຂວາງ, ມັນຝຣັ່ງຊອຍບາງໆ ແລ້ວນຳ ມາຈືນໃຫ້ເຫລືອງກອບ

ວິທີປຸງ ແຮມເບີເກີ

ເອົາເບີ ຫລື ມາຍອງເນັດ ທາໃສ້ເຂົ້າໜົມ ນຳຜັກມາວາງໃສ່ພ້ອມດ້ວຍໝາກເລັ່ນ, ໝາກເຜັດ, ຫອມບົ່ວໃຫຍ່, ວາງຊີ້ນທັບໃສ່ ພ້ອມຊອດໝາກເລັ່ນ ແລະ ມັນຝຣັ່ງທອດ.

ແຮມເບີເກີ

ແຮມເບີເກີ