ພິມ ພິມ

ແຊນວິດສຳປົ້ງ

0

ເຄື່ອງປະກອບ

  1. ແຊນວິດສຳບົ້ງ

    ແຊນວິດສຳບົ້ງ

    ສຳບົ້ງ 1 ແພກ

  2. ເຂົ້າໜົມປັງ 3 ແຜ່ນ
  3. ຊອດໝາກເລັ່ນ 1/2 ຖ້ວຍນ້ອຍ
  4. ຜັກສະລັດ 1 ຕົນ
  5. ໝາກເລັ່ນ 1 ໜ່ວຍ
  6. ມັນຝຣັ່ງ 5 ຫົວ
  7. ເບີ ຫລື ມາຍອງແນດ 1/4 ກ້ອນ
  8. ນຳ້ມັນພືດສຳລັບທອດ 1 ຕຸກນ້ອຍ
  9. ໝາກແຕງ, ຫົວຜັກບົ່ວໃຫຍ່ ແນວລະ 1 ໜ່ວຍ

ການກະກຽມ

ນຳເອົາສຳບົ້ງສຳເລັດຮູບ 1 ແຜ່ນ ປາດໃຫ້ໄດ້ 2 ແຜ່ນ, ຜັກສະລັດລ້າງນຳ້ໃຫ້ສະອາດເລືອກເອົາໃບ ທີ່ງາມໆ, ໝາກເລັ່ນ, ໝາກແຕງ ລ້າງຊອຍຕາມລວງຂວາງ, ມັນຝຣັ່ງປອກເປປອກອອກຊອຍບາງໆ ຈືນໃຫ້ ເຫລືອງກອບ, ເຂົ້າໜົມປັງປິ້ງ ຫລື ອົບກໍ່ໄດ້ ເພື່ອໃຫ້ມັນກອບ, ຫົວບົ່ວໃຫຍ່ລ້າງຊອຍຕາມລວງຂວາງ.

ວິທີປຸງ ແຊນວິດສຳບົ້ງ

ເອົາເຂົ້າໜົມປັງສຳເລັດຮູບມາທາເບີ ຫລື ມາຍອງເນັດ ຈາກນັ້ນວາງສະລັດໃສ່, ໝາກເລັ່ນ, ຫອມບົ່ວໃຫຍ່, ແລ້ວຈຶ່ງເອົາສຳບົ້ງມາວາງທັບອີກເທື່ອໜື່ງ ເອົາມີດຊ້ອມຂອບທັງ 4ດ້ານອອກໃຫ້ໝົດ ແລ້ວຈຶ່ງເອົາມີດປາດເຄິ່ງໃຫ້ເປັນຮູບສະຫລຽງໃຫ້ໄດ້ຮູບ 3 ລ່ຽມ ຈັດເສີບໃສ່ຈານທີ່ໝາກເລັ່ນ, ໝາກແຕງ, ມັນຝຣັ່ງ ພ້ອມດ້ວຍຊອດໝາກເລັ່ນ.

ແຊຣ.