- kinzapzap - http://www.kinzapzap.com -

ແກງເຜັດຊີ້ນງົວ

ເຄື່ອງປະກອບ

  • ຊີ້ນງັວຕິດມັນ: 1 ກິໂລ, ເລືອກເອົາຊີ້ນທີ່ບໍ່ຫຍາບຫຼາຍ
  • ໝາກພ້າວແຫ້ງ: 1 ໜ່ວຍ
  • ຫົວຜັກບົ່ວແຫ້ງ: 10 ຫົວ
  • ຫົວຂ່າ ຊອຍແລບໆ: 1 ບ່ວງໃຫຍ່
  • ຫົວສ້ໄຄ ຊອຍແລບໆ: 1 ບ່ວງໃຫຍ່
  • ຮາກຫອມປ້ອມຊອຍແລບໆ: 1 ບ່ວງແກງ
  • ເຄື່ອງເທດ: 1 ບ່ວງຊາ
  • ກະປິ: 1 ບ່ວງນ້ອຍ
  • ນຳ້ປາ: 1 ບ່ວງແກງ
  • ເກືອ: 1 ບ່ວງແກງ
  • ນຳ້ຕານ: 1 ບ່ວງແກງ
  • ໝາກແຄ້ງ: ½ ຖ້ວຍນ້ອຍ
  • ໝາກເຂືອ ປາດເປັນຕ່ອນໃຫຍ່ພໍສົມຄອນ
  • ໃບບົວລະພາ: 5 ຍອດ
  • ໃບຂີ້ຫຸດ: 5 ໃບ
  • ໝາກເຜັດແຫງໃຫຍ່: 10 ໜ່ວຍ
  • ນຳ້ສະອາດ
ແກງເຜັດຊີ້ນງົວ

ແກງເຜັດຊີ້ນງົວ

ວິທີປຸງ ແກງເຜັດຊີ້ນງົວ

ຊີ້ນງົວລ້າງນຳ້ໃຫ້ສະອາດ ຊອຍເປັນຕ່ອນໃຫຍ່ພໍສົມຄວນ. ໝາກພ້າວຂູດປັ້ນເອົາຫົວກະທິ ແລະ ນຳ້ປາຍ. ໝາກເຜັດໃຫຍ່ແຫ້ງແກະອອກແຊ່ນຳ້ໃຫ້ອ່ອນ ແລ້ວຟັກໃຫ້ແຫຼກ. ເຄື່ອງຫອມທຸກຢ່າງ ແລະ ໝາກເຜັດຕຳໃຫ້ລະອຽດ. ໃບບົວລະພາ, ໃບຂີ້ຫຸດ ລ້າງນຳ້ໃຫ້ສະອາດ.

ແບ່ງເຄີ່ງຫົວກະທິຂ້ຽວໃຫ້ແຕກມັນ, ເອົາເຄື່ອງຫອມທີ່ຕຳແລ້ວລົງຂົ້ວໃສ່ໃຫ້ມີໜ້າສີແດງ, ເອົາຊີ້ນ, ເກືອ, ນຳ້ປາ, ກະປິ, ໃບຂີ້ຫຸດ ລົງໃສ່ປະມານ 5 ນາທີ ຕັກລົງໃສ່ໝໍ້ນຳ້ປາຍກະທິຕົ້ມໃຫ້ສຸກເປືອຍພໍດີ, ເອົາໝາກແຄ້ງ, ໝາກເຂື້ອລົງໃສ່ ປຸງລົດໃຫ້ພໍດີ ເອົານຳ້ຫົວກະທີໃສ່, ໃບບົວລະພາໃສ່ຈີ່ງປົງ.

ສິລະປະໃນການປຸງແຕ່ງ