ພິມ ພິມ

ແກງອ່ອມກະດູກໝູອ່ອນ

0
ແກງອ່ອມກະດູກໝູອ່ອນ

ແກງອ່ອມກະດູກໝູອ່ອນ

ສ່ວນປະສົມ

  • ກະດູກໝູອ່ອນ
  • ໝາກເຜັດດິບ
  • ຫົວສີໄຄ
  • ຫົວບົ່ວແດງ
  • ປາແດກ
  • ຜັກສົດຕ່າງໆ ທີ່ມັກເຊັ່ນ:ຜັກບົ່ວ,ຜັກຊີ,ໝາກເຂືອ,ຜັກກາດຕ່າງໆແລ້ວແຕ່ມັກ.

ວິທີເຮັດ ແກງອ່ອມກະດູກໝູອ່ອນ

  1. ນໍາກະດູກອ່ອນມາຊອຍລ້າງນໍ້າສະອາດແລ້ວນໍາໄປຕົ້ມໃນນໍ້າຝົດເພື່ອດັບຄວາມຄາວໃຫ້ສະອາດຍິ່ງຂື້ນຕັກຂື້ນມາປະໃຫ້ສະເດັດນໍ້າ
  2. ນໍາໝໍ້ໃສ່ນໍ້າຄ້າງເຕົາໄຟໃຫ້ຟົດໃສ່ເກືອລົງໄປພ້ອມກະດູກໝູອ່ອນທີ່ລວກໄວ້ແລ້ວ ລົງໄປຕົ້ມຈົນນຸ້ມແລ້ວຈຶ່ງໃສ່ເຄື່ອງປຸງເຊັ່ນ: ໝາກເຜັດ,ຫົວສີໄຄ,
    ຫົວບົ່ວແດງຕໍາລວມກັນໃຫ້ລະອຽດ
  3. ພໍນໍ້າຟົດກໍາລັງດີໃສ່ເຄື່ອງປຸງລົງໄປໃນໝໍ້ຕົ້ມຖ້າໃຫ້ຟົດອີກຄັ້ງຈິ່ງປຸງລົດ ດ້ວຍນໍ້າປາແດກ ແລະ ແປ້ງນົວໃຫ້ລົດຊາດມີຄວາມນົວຕາມທີ່ມັກ ຫຼື ຍັງເພີ່ມເຕີມໄດ້ອີກແຕ່ລະວັງຈະເຄັມຊິມກ່ອນປຸງທຸກຄັ້ງໃສ່ຜັກທີ່ຕຽມໄວ້ລົງໄປ ແລ້ວຄົນໃຫ້ທົ່ວເມື່ອຜັກສຸກກໍ່ປົງຕັກໃສ່ຖ້ວຍພ້ອມເສີບ.
ແຊຣ.