- kinzapzap - http://www.kinzapzap.com -

ແກງສົ້ມຜັກລ່ວມ

ເຄື່ອງປະກອບ

  • ກຸ້ງກຸລາດຳ: 0.5 ກິໂລ
  • ພິກແກງສົ້ມ: 1 ກັບ
  • ຜັກກາດຂາວຕັດເປັນຄ່ອນ: 2 ຕົ້ນ
  • ຫົວຜັກກາດຂາວ: 1 ຫົວ
  • ໝາກຖົ່ວຍາວ: 1 ມັດ
  • ຜັກບົ້ງ: 1 ມັດ
  • ນຳ້ປາ: 2 ບ່ວງແກງ
  • ນຳ້ໝາກນາວ: 2 ບ່ວງແກງ
  • ເກືອ: 1/2 ບ່ວງແກງ
ແກງສົ້ມຜັກລ່ວມ

ແກງສົ້ມຜັກລ່ວມ

ວິທີປຸງ ແກງສົ້ມຜັກລ່ວມ

ລ້າງກຸ້ງແກະເປືອກເດັດຫົວໄວ້ຫາງຜ່າຫຼັງເອົາເສັ້ນດຳອອກ. ຜັກກາດຂາວ, ຫົວຜັກກາດ, ຜັກບົ້ງ ແລະ ໝາກຖົ່ວຍາວເຄື່ອງທັງໝົດນີ້ລ້າງນຳ້ໃຫ້ສະອາດ ຕັດເປັນຕ່ອນຍາວປະໄວ້.

ເອົານຳ້ໃສ່ໝໍ້ຄ້າງໄຟໃຫ້ຟົດ ແລ້ວເອົານຳ້ລະລາຍໃສ່ກັບພິກແກງສົ້ມ ລົງໃສ່ຫົວຜັກກາດຂາວພໍສຸກແລ້ວໃສ່ໝາກຖົ່ວຍາວ, ຜັກກາດຂາວ ແລະ ຜັກບົ້ງຫຼັງຈາກນັ້ນຈຶ່ງໃສ່ກຸ້ງປຸງລົດໃຫ້ພໍດີ ເວລາຈະປົງແມ່ນໃສ່ນຳ້ໝາກນາວ.

ວິທີເຮັດພິກແກງສົ້ມ

ນຳເຄື່ອງທັງໝົດນີ້ມາຕຳລວມເຂົ້າກັນໃຫ້ລະອຽດແລ້ວນຳຊີ້ນປາມາຕຳໃສ່ໃຫ້ເປັນໜ້າແກງສົ້ມ.