ພິມ ພິມ

ແກງສົ້ມປູ

0

ເຄື່ອງປະກອບ

  • ປູ 1 ໂຕ
  • ຜັກກາດດອງ 1 ຕົ້ນ
  • ຜັກກະເຊ 5 ຍອດ
  • ໝາກຖົ່ວຍາວ 5 ໝາກ
  • ຫົວສີໄຄ 1 ຫົວ
  • ຜັກກາດຂາວ 1 ຫົວນ້ອຍ
  • ໜໍ່ໄມ້ດອງ 1/2 ຖ້ວຍນ້ອຍ
  • ໝາກເຜັດແຫ້ງໃຫຍ່ 5 ໜ່ວຍ
  • ກະທຽມແຫ້ງ 1 ຫົວ
  • ຜັກບົ່ວແຫ້ງ 5 ຫົວ
  • ນຳ້ປາ 3 ບ່ວງແກງ
  • ເກືອ 1 ບ່ວງຊາ
  • ກະປິ 1 ບ່ວງຊາ
  • ແປ້ງນົວ 1 ບ່ວງຊາ
  • ໝາກຂາມປຽກ 3 ບ່ວງແກງ
ແກງສົ້ມປູ

ແກງສົ້ມປູ

ການກະກຽມ

ລ້າງປູໃຫ້ສະອາດຕັດເປັນຕ່ອນ, ຜັກກະເຊລ້າງໃຫ້ສະອາດ ເດັດເອົາແຕ່ຍອດອ່ອນ, ຖົ່ວຍາວ ລ້າງນຳ້ຕັດເປັນຕ່ອນສັ້ນພໍດີ, ຫົວສີໄຄປອກກາບອອກລ້າງນຳ້ຊອຍເປັນຕ່ອນສະຫຼຽງ, ໜໍ່ໄມ້ດອງ, ຜັກກາດຂາວຊອຍເປັນຕ່ອນພໍດີ, ໝາກເຜັດແກະແກ່ນອອກແຊ່ນຳ້ໃຫ້ອ່ອນຟັກໃຫ້ແຕກ, ຫົວຜັກບົ່ວ, ຜັກທຽມແກະກາບອອກ ຕຳໃຫ້ແຫຼກໃສ່ກັບໝາກເຜັດ, ກະປິເປັນເຄື່ອງແກງ.

ວິທີປຸງແກງສົ້ມປູ

ເອົານຳ້ໃສ່ໝໍ້ຄ້າງໄຟໃຫ້ຟົດ ເອົາຫົວສີໄຄໃສ່ ພ້ອມດ້ວຍໜໍ່ໄມ້ດອງ, ພໍຟົດໝາກເຜັດພໍລະ ລາຍແລ້ວເອົາປູໃສ່ ພໍປູສຸກໃສ່ຜັກກາດດອງ, ໝາກຖົ່ວຍາວ, ຜັກກາດຂາວ ຂົ້ວໃຫ້ທົ່ວໃສ່ຜັກກາດເຊ ປຸງລົດໃຫ້ພໍດີອອກລົດສົ້ມ ຕັກໃສ່ຖ້ວຍຮັບປະທານຮ້ອນ.

ແຊຣ.