- kinzapzap - http://www.kinzapzap.com -

ແກງມັດສະມັນຊີ້ນງົວ

ເຄື່ອງປະກອບ

1. ຊີ້ນງົວ 1 ກິໂລ
2. ໝາກພ້າວ 0.5 ກິໂລ
3. ມັນຝຣັ່ງ 0.5 ກິໂລ
4. ໝາກຖົ່ວດິນ 1 ຖ້ວຍນ້ອຍ
5. ໝາກເຜັດໃຫຍ່ແຫ້ງ 15 ໜ່ວຍ
6. ຜັກທຽມແຫ້ງ 5 ຫົວ
7. ຜັກບົ່ວແຫ້ງ 7 ຫົວ
8. ຄ່າອ່ອນ 7 ຝານ
9. ຫົວສີໄຄ 3 ຫົວ
10. ຮາກຫອມປ້ອມຕາມຕ້ອງການ
11. ອົບເຊິນ 3 ອັນ
12. ໝາກຂີ້ຫູດ 1 ໜ່ວຍ
13. ພິກໄທ 15 ແກ່ນ
14. ກະປິ 2 ບ່ວງແກງ
15. ເກືອ 1 ບ່ວງຊາ
16. ນຳ້ປາ 2 ບ່ວງແກງ
17. ແປ້ງນົວ 1 ບ່ວງຊາ
18. ໝາກຂາມປຽກ 1 ກ້ອນນ້ອຍ
19. ນຳ້ຕານ 2 ບ່ວງແງ

ການກະກຽມ

ໝາກເຜັດໃຫຍ່ແຫ້ງແກະແກ່ນອອກແຊ່ນຳ້ໃຫ້ອ່ອນ, ຜັກບົ່ວຜັກທຽມແຫ້ງ, ຫົວສີໄຄ, ຄ່າອ່ອນ, ເຄື່ອງທັງໝົດນີ້ປອກກາບອອກຊອຍບາງໆ, ອົບເຊິນ, ຮາກຫອມປ້ອມ, ເປືອກໃບຂີ້ຫູດ, ພິກໄທ, ກະປິ, ເກືອ ເຄື່ອງທັງໝົດນີ້ຕຳ ຫລື ບົດລວມກັນໃຫ້ລະອຽດ, ຊີ້ນງົວລ້າງນຳ້ໃຫ້ສະອາດຊອຍເປັນຕອນ4ລ່ຽມປະມານໜື່ງຂໍ້, ໝາກຖົ່ວດິນຂົ້ວໃຫ້ສຸກກອບແກະກາບອອກຕຳໃຫ້ແຫລກ, ໝາກພ້າວຄັ້ນເອົາກະທິ 1 ຖ້ວຍໃຫຍ່.

ວິທີປຸງ

ເອົານຳ້ປາຍກະທິໃສ່ນຳ້ຄ້າງໄຫ້ຟົດ ເອົາຊີ້ນລົງຕົ້ມຈົນສຸກ, ເອົານຳ້ຫົວກະທິຂ້ຽວໃຫ້ແຕກມັນ, ເອົາເຄື່ອງຫອມລົງຂ້ຽວຈົນຫອມ ແລ້ວຕັກໃສ່ໝໍ້ຄົນໃຫ້ເຂົ້າກັນ ໃສ່ມັນຝັ່ຣງ, ຖົ່ວດິນ, ປຸງລົດດ້ວຍນຳ້ປາ, ນຳ້ຕານ, ແປ້ງນົວ, ນຳ້ໝາກຂາມປຽກ ຊິມລົດຊາດຕາມໃຈມັກ ແລ້ວປຸງລົດຮັບປະທານຮ້ອນໆ.

ແກງມັດສະມັນຊີ້ນງົວ

ແກງມັດສະມັນຊີ້ນງົວ