ພິມ ພິມ

ແກງຈືດໝາກຍັດໃສ້

0

ເຄື່ອງປະກອບ

ໝາກແຕງໜ່ວຍງາມ 1/2 ໂລ

ຊີ້ນໝູ 3 ຂີດ

ຜັກບົ່ວແຫ້ງ 3 ຫົວ

ເສັ້ນລ້ອນ 1 ຫໍ່ນອ້ຍ

ກະດູກໝູ 3 ຂີດ

ຜັກບົ່ວໃຫຍ່ 3 ຫົວ

ພິກໄທ 1 ບ່ວງຊາ

ຫອມປ້ອມ 1 ມັດ

ໄຂ່ 3 ໜ່ວຍ

ເກືອ 1 ບ່ວງແກງ

ນ້ຳປາ 1 ບ່ວງແກງ

ແປ້ງນົວ 1 ບ່ວງຊາ

ການກະກຽມ

ແກງຈືດໝາກແຕງຍັດໃສ້

ແກງຈືດໝາກແຕງຍັດໃສ້

ໝາກແຕງປາດຫົວ ແລະ ກົ້ນ ຄວັດເອົາແກ່ນອອກ ລ້າງນ້ຳໃຫ້ສະອາດຕັດເປັນຕ່ອນຍາວພໍດີ, ຊີ້ນໝູ ລ້າງນຳ້ໃຫ້ສະອາດຊອຍບາງໆ ຝັກໃຫ້ແຫລກ, ຜັກບົ່ວແຫ້ງແກະກາບອອກຊອຍບາງໆຕຳໃຫ້ແຫລກ, ຮາກຫອມປ້ອມຕັດເອົາແຕ່ຮາກລ້າງນຳ້ໃຫ້ສະອາດຊອຍບາງໆຕຳໃຫ້ແຫລກ, ເອົາຊີ້ນມູ, ເກືອ, ພິກໄທ, ແປ້ງນົວ ຕຳໃຫ້ເຂົ້າກັນຈົນໜຽວໃສ່ໄຂ່າ ແລ້ວຍັດໃສ່ໝາກແຕງໃຫ້ເຕັມ, ຜັກບົ່ວໃຫຍ່ຊອຍບາງໆແຊ່ນຳ້ປະໄວ້, ໃບຫອມປ້ອມລ້າງນຳ້ໃຫ້ສະອາດເດັດເປັນໃບ, ກະດູກໝູຕັດເປັນຕ່ອນໃຫຍ່ພໍສົມຄວນ, ເສັ້ນລ້ອນແຊ້ນຳ້ ໃຫ້ອ່ອນຕັດໃຫ້ສັ້ນ.

ວິທີປຸງ ແກງຈືດໝາກແຕງຍັດໃສ້

ເອົານຳ້ໃສ່ໝໍ້ຄ້າງໃຫ້ຟົດ, ເອົາກະດູກໝູ, ເກືອ, ນຳ້ປາ, ແປ້ງນົວ, ຕົ້ມໃຫ້ສຸກ, ເອົາໝາກແຕງລົງຕົ້ມ ໃຫ້ສຸກ ປຸງລົດໃຫ້ພໍດີ ເອົາຫົວຜັກບົ່ວໃຫຍ່ໃສ່ ຕາມດ້ວຍເສັ້ນລ້ອນແລ້ວປົງ ເອົາຫອມປ້ອມ, ພິກໄທໃສ່ ເສີບຮັບ ປະທານຮ້ອນໆ.

ແຊຣ.