ພິມ ພິມ

ແກງຈືດສອດໃສ້ໃບກະລຳ

0

ເຄື່ອງປະກອບ

1.       ຊີ້ນໝູ 1/2 ກິໂລ

2.       ຜັກບົ່ວແຫ້ງ 3 ຫົວ

3.      ກະດູກໝູ 3 ຂີດ

4.       ພິກໄທ 1 ບ່ວງຊາ

5.       ຫອມປ້ອມ 1 ມັດ

6.       ຜັກບົ່ວໃຫຍ່ 2 ຫົວ

7.       ເສັ້ນລ້ອນ 1 ຫໍ່ໃຫຍ່

8.      ເກືອເຄິ່ງບ່ວງແກງ

9.       ນ້ຳປາ 2 ບ່ວງແກງ

10.     ແປ້ງນົວ 1 ບ່ວງຊາ

11.     ກະລຳປີ 1 ຫົວ

12.     ຜັກບົ່ວ 1 ມັດ

 

ການກະກຽມ

ຊີ້ນໝູລ້າງນຳ້ໃຫ້ສະອາດຊອຍບາງໆຝັກໃຫ້ແຫລກ, ຜັກບົ່ວແຫ້ງແກະກາບອອກຊອຍບາງໆ, ຫອມປ້ອມລ້າງນຳ້ໃຫ້ສະອາດຕັດເອົາແຕ່ຮາກຊອຍແລບໆ ສ່ວນໃບຫອມປ້ອມເດັດເປັນໃບ, ຜັກບົ່ວສົດ ລ້າງນຳ້ໃຫ້ສະອາດ ຕັດໃບອອກນຳໄປລວກນຳ້ຮ້ອນ, ຜັກບົ່ວໃຫຍ່ປອກກາບອອກຊອຍເປັນຕ່ອນແຊ່ນຳ້, ເສັ້ນລ້ອນແຊ່ນຳ້ໃຫ້ອ່ອນຕັດໃຫ້ສັ້ນ, ກະດູກໝູລ້າງນຳ້ໃຫ້ສະອາດຕັດເປັນຕ່ອນໃຫ້ພໍດີ, ກະລຳປີແກະກາບອອກ ລວກນ້ຳຮ້ອນ.

ວິທີປຸງ ແກງຈືດສອດໃສ້ໃບກະລຳ

ຜັກບົ່ວແຫ້ງ, ຮາກຫອມປ້ອມ ຕຳໃຫ້ແຫລກ ເອົາຊີ້ນໝູ, ພິກໄທ, ເກືອ, ນຳ້ປາ, ແປ້ງນົວ ຕຳໃສ່ກັນຈົນ ຊີ້ນໜຽວ ແລ້ວເອົາໃບກະລຳປີນຳມາຫໍ່ໃຫ້ນ້ອຍກົມ ໃຊ້ຜັກບົ່ວມັດໃຫ້ແໜ້ນ.

ເອົານຳ້ໃສ່ໝໍ້ຄ້າງໄຟໃຫ້ຟົດ, ເອົາກະດູກໝູລົງຕົ້ມ ຕາມດ້ວຍນຳ້ປາ, ແປ້ງນົວ, ເກືອ ກະພໍຟົດແລ້ວເອົາ ກະລຳປີທີ່ຫໍ່ຊີ້ນໄວ້ນັ້ນ ກະພໍສຸກປຸງລົດໃຫ້ພໍດີ ເອົາຫົວຜັກບົ່ວໃຫຍ່, ເສັ້ນລ້ອນ, ຜັກບົ່ວສົດ, ພິກໄທ, ໃບຫອມ ປ້ອມໃສ່ ເວລາຕັກໃສ່ຖ້ວຍໃສ່ໃບຫອມປ້ອມອີກເທື່ອໜື່ງ ຮັບປະທານຮ້ອນໆ.

ແກງຈືດສອດໃສ້ໃບກະລຳ_18

ແຊຣ.