- kinzapzap - http://www.kinzapzap.com -

ແກງຈືດລູກລອກ

ເຄື່ອງປະກອບ

ໃສ້ອ່ອນໝູ ເລືອກເອົາໃສ້ນ້ອຍ 1 ແມັດ

ໄຂ່ 10 ໜ່ວຍ

ພິກໄທ 1 ບ່ວງຊາ

ດ້າຍຕາມຈຳນວນຕ້ອງການ

ກະດູກໝູ 3 ຂີດ

ຊີ້ນໝູ 3 ຂີດ

ໜໍ່ໄມ້ 4 ຂີດ

ຜັກກະລຳປີ 1/2 ກິໂລ

ຜັກບົ່ວໃຫຍ່ 3 ຂີດ

ຫອມປ້ອມ 1 ມັດ

ເກືອ 1 ບ່ວງແກງ

ແປ້ງນົວ 1 ບ່ວງຊາ

ນຳ້ຕານ 1 ບ່ວງແກງ

ນຳ້ປາ 1 ບ່ວງແກງ

ໃບຕອງຕາມຈຳນວນຕ້ອງການ

ການກະກຽມ

ແກງຈືດລູກລອກ

ແກງຈືດລູກລອກ

ໃສ້ໝູລອກໃຫ້ສະອາດປີ້ນທາງໃນອອກ ເອົາເກືອນຳ້ສົ້ມຄັ້ນລ້າງນຳ້ໃຫ້ສະອາດ, ໄຂ່ຕີໃຫ້ແຕກເອົາ ພິກໄທໃສ່, ເອົາດ້າຍມັດໃສ້ສົ້ນໜຶ່ງໃຫ້ແໜ້ນ ເອົາໃບຕອງເຮັດຈວຍແລ້ວເອົາໄຂ່ຮາຍໃສ່ໃສ້ໃຫ້ເຕັມ ແລ້ວເອົາ ດ້າຍມັດໃສ້ອີກສົ້ນໃຫ້ແໜ້ນ, ເວລາຕົ້ມເຮັດໄຟອ່ອນໆແລ້ວຄ່ອເອົາເຂັມແທງເທື່ອລະໜ້ອຍເພື່ອໃຫ້ລົມອອກ ບໍ່ໃຫ້ໃສ້ແຕກ, ເວລາສຸກແລ້ວປົງໄວ້ໃຫ້ເຢັນແລ້ວຕັດເປັນຕ່ອນພໍດີ, ກະດູກໝູລ້າງນຳ້ໃຫ້ສະອາດຕັດເປັນຕ່ອນ ພໍດີ, ຊີ້ນໝູຊອຍເປັນຕ່ອນບາງໆ, ໜໍ່ໄມ້ຕົ້ມໃຫ້ຈືດແກະສະລັກເປັນຮູບຕ່າງໆ, ກະລຳປີລ້າງນຳ້ໃຫ້ສະອາດ ປາດເປັນຕ່ອນໃຫຍ່ພໍສົມຄວນ, ຫົວຜັກບົ່ວໃຫຍ່ແກະກາບອອກຊອຍເປັນຕ່ອນພໍດີ, ຮາກຫອມປ້ອມລ້າງນຳ້ ໃຫ້ສະອາດຕຳໃຫ້ແຫລກ, ຫອມປ້ອມເດັດເປັນໃບ.

ວິທີປຸງ ແກງຈືດລູກລອກ

ເອົານຳ້ຄ້າງໄຟໃຫ້ຟົດເອົາກະດູກໝູລົງຕົ້ມໃສ່, ເອົາເກືອ, ນຳ້ປາ, ແປ້ງນົວ ຕົ້ມໃຫ້ສຸກເຂົ້າກັນ ແລ້ວເອົາຊີ້ນໝູ, ໜໍ່ໄມ້, ລູກລອກ ຕົ້ມໃຫ້ເຂົ້າກັນປະມານ 10 ນາທີ ໃສ່ກະລຳປີ, ຫົວຜັກບົ່ວໃຫຍ່, ຮາກຫອມ ປ້ອມ, ພິກໄທ, ນຳ້ຕານ ຊິມລົດຊາດໃຫ້ພໍດີ ປົງລົງໂຮຍດ້ວຍຫອມປ້ອມຮັບປະທານ.