- kinzapzap - http://www.kinzapzap.com -

ແກງຈືດປາມຶກ

ເຄື່ອງປະກອບ

ປາມຶກກ້ວຍຂະໜາດກາງ: 5 ໂຕ

ຊີ້ນໝູບົດ: 200g

ໝາກແຕ່ງອ່ອນ: 2 ໜ່ວຍ

ຜັກບົ່ວໃບ: 1 ມັດ

ຫອມປ້ອມ: 1 ມັດ

ຜັກທຽມ: 1 ຫົວ

ຊີອີວຂາວ: 2 ບ່ວງແກງ

ພິກໄທ: 1 ບ່ວງຊາ

ນຳ້ມັນ: 3 ບ່ວງແກງ

ເກືອ: 1 ບ່ວງຊາ

ວິທີປຸງ ແກງຈືດປາມຶກ

ແກງຈືດປາມຶກ

ແກງຈືດປາມຶກ

ປາມຶກລ້າງນຳ້ໃຫ້ສະອາດ ເອົາເຫຍື້ອເມືອກອອກໃຫ້ໝົດ. ຜັກທຽມທຸບໃຫ້ລະອຽດ ແລ້ວຈືນໃຫ້ເຫຼືອງ. ໝາກແຕ່ງລ້າງແລ້ວຊອຍເປັນຕ່ອນຂະໜາດ 1 ຂໍ້ມື. ຫອມບົ່ວຊອຍ ແລະຫອມປ້ອມເດັດເປັນໃບ ແລ້ວເອົາຊີ້ນໝູມາຕຳປົນກັນກັບເຄື່ອງປຸງຕ່າງໆແລ້ວ ນຳມາຍັດໃສ່ປາມຶກ ເອົາໄມ້ຂັດໄວ້ໃຫ້ແໜ້ນ.

ເອົານຳ້ໃສ່ໝໍ້ຄ້າງໄຟໃຫ້ຟົດແລ້ວ ນຳປາມຶກລົງຕົ້ມໃສ່ແລ້ວ ປຸງດ້ວຍເຄື່ອງປຸງຕ່າງໆ ແລ້ວເອົາໝາກແຕ່ງລົງໃສ່ປຸງໃຫ້ພໍດີແລ້ວ ໃສ່ໃບຫອມເວລາຈະປົງສຳລັບປາມຶກ ເວລາເສີບແມ່ນ ຕັດເປັນຕ່ອນ.