- kinzapzap - http://www.kinzapzap.com -

ແກງຂຽວຫວານ

ເຄື່ອງປະກອບ

  • ໄກ່ ຫຼື ໝູ: 1 ກິໂລ
  • ໝາກພ້າວຂູດ: 1 ກິໂລ
  • ໝາກເຂືອ: 10 ໜ່ວຍ
  • ໝາກແຄ້ງ: 1 ຖ້ວຍໜ້ອຍ
  • ໃບໝາກເຜັດ: 0.2 ກິໂລ
  • ຫອມບົ່ວແຫ້ງ: 10 ຫົວ
  • ໝາກເຜັດດິບແດງ: 5 ໜ່ວຍ
  • ຫອມທຽມແຫ້ງ: 10 ຫົວ
  • ສີໄຄ: 3 ຫົວ
  • ຂ່າ: 1 ຫົວນ້ອຍ
  • ນຳ້ຕານ: 2 ບ່ວງແກງ
  • ນຳ້ປາ: 3 ບ່ວງແກງ
  • ເກືອ: 1 ບ່ວງແກງ
  • ໃບຂີ້ຫູດ: 5 ໃບ
ແກງຂຽວຫວານ

ແກງຂຽວຫວານ

ວິທີປຸງ ແກງຂຽວຫວານ

ໄກ່ຄົວລ້າງນຳ້ໃຫ້ສະອາດ ຕັດເປັນຕ່ອນໃຫຍ່ພໍສົມຄວນ ໝາກພ້າວຄັ້ນເອົານຳ້ຫົວກະທິຂູ້ໆ ແລະ ນຳ້ປາຍ 3 ຖ້ວຍແກງ ໝາກເຂື້ອປາດຂັ້ວນອອກ ຊອຍແຊ່ນຳ້ ໝາກແຄ້ງລ້າງແລ້ວ ບິຂັ້ວນອອກ ເອົາໃບໝາກເຜົດລ້າງແລ້ວຕຳຕອງເອົາແຕ່ນຳ້ ຜັກບົ່ວ, ຜັກທຽມແຫ້ງ, ສີໄຄ ແລະ ຫົວຂ່າເຄື່ອງທັງໝົດນີ້ປອກກາບອອກ ຊອຍບາງໆຕຳເຂົ້າກັນໃຫ້ລະອຽດ, ໝາກເຜັດດິບແດງຊອຍເປັນເສັ້ນ.

ແບ່ງເຄິ່ງນຳ້ຫົວກະທິຂ້ຽວໃຫ້ແຕກມັນ ເອົາເຄື່ອງຫອມທີຕຳໄວ້ຂົ້ວໃສ່ໃຫ້ຫອມ ເອົາໄກ່ລົງໃສ່ ພ້ອມດ້ວຍເຄື່ອງປຸງຕ່າງໆ ໃສ່ນຳ້ປາຍກະທິຕົ້ມໃຫ້ຊີ້ນເປືອຍ ໃສ່ໝາກເຂືອ, ໝາກແຄ້ງ, ນຳ້ໃບໝາກເຜັດ ໃສ່ໃບຂີ້ຫູດປຸງລົດ ໃຫ້ພໍດີ ແລະ ນຳ້ຫົວກະທິຕັກໃສ້ຖ້ວຍ ເອົາໝາກເຜັດແດງໂຮຍໜ້າໃຫ້ງາມ.