ພິມ ພິມ

ແກງກາຫຼີ່ໄກ່

0

ເຄື່ອງປະກອບ

  • ໄກ່: 1 ໂຕ
  • ໝາກພ້າວຂູດ: 500 gr
  • ກາຫຼີ່: 3 ບ່ວງແກງ
  • ຜັກບົ່ວແຫ້ງ: 1 ຫົວ
  • ຜັກທຽມແຫ້ງ: 1 ຫົວ
  • ມັນຝລັ່ງ: 0.5 ກິໂລ
  • ຫອມບົ່ວໃຫຍ່: 3 ຫົວ
  • ກາຣົດ: 300  gr
  • ນຳ້ຕານ: 2 ບ່ວງແກງ
  • ນຳ້ປາ: 3 ບ່ວງແກງ
  • ເກືອ: 1 ບ່ວງນ້ອຍ
ແກງກາຫຼີ່ໄກ່

ແກງກາຫຼີ່ໄກ່

ວິທີປຸງ ແກງກາຫຼີ່ໄກ່

ໄກ່ຄົວລ້າງນຳ້ໃຫ້ສະອາດ ຕັດເປັນຕ່ອນໃຫຍ່ພໍສົມຄວນ ເອືອບໃສ່ເກືອ, ກາຫຼີ່, ນຳ້ຕານ, ນຳ້ປາ ຄົນໃຫ້ເຂົ້າກັນປະໄວ້. ໝາກເຜັດແຫ້ງແກະອອກແຊ່ນຳ້ໃຫ້ອ່ອນຝັກ ໃຫ້ແຫຼກແລ້ວນຳມາຕຳໃສ່ຫອມບົ່ວ, ຫອມທຽມ. ມັນຝລັ່ງ, ກາຣົດ, ຫອມບົ່ວໃຫຍ່ລ້າງປອກແລ້ວຕັດເປັນຕ່ອນຂະໜາດກາງ. ໝາກພ້າວປັ້ນເອົານຳ້ຫົວ ແລະ ນຳ້ປາຍ.

ແບ່ງເຄິ່ງນຳ້ຫົວກະທິຂ້ຽວໃຫ້ແຕກມັນ ນຳກາຫຼີ່ລົງ ຂົ້ວໃສ່ພ້ອມດ້ວຍເຄື່ອງຫອມທີ່ຕຳແລ້ວ ຂົ້ວໃຫ້ຫອມ ແລະ ຂື້ນໜ້ານຳໄກ່ລົງ ຂົ້ວໃສ່ໃຫ້ຫອມ ແລ້ວໃສ່ນຳ້ປາຍກະທິ ຕົ້ມຈົນໄກ່ເປື່ອຍໃສ່ຫົວກາຣົດ, ມັນຝລັ່ງ ແລະ ຫອມຍົ່ວໃຫຍ່ພໍສຸກ ປຸງລົດ ແລະປົງລົງ.

ແຊຣ.