- kinzapzap - http://www.kinzapzap.com -

ເເກງກະເພາະປາ

ເຄື່ອງປະກອບ

ກະ​ເພາະ​ປາ 0,2 Kg

ໄກ່ລາດ 1 ໂຕ

ໄຂ່​ນົກ​ກະທາ 30 ໜ່ວຍ

ໜໍ່​ໄມ້ 1/2 Kg

ແປ້ງ​ສາລີ 1 ຖ້ວຍ

ເກືອ, ພິກ​ໄທ​ແນວ​ລະ 1 ບ່ວງ​ແກງ

ຄະ​ນໍ 2 ບ່ວງ​ແກງ

ສະອິວ​ຂາວ, ນ້ຳມັນ​ຫອຍ ​ແນວ​ລະ 1/2 ຖ້ວຍ

ເຫັດ​ຫອມ 0,1 Kg

ຫອມປ້ອມ 1 ມັນ

ຂີງ 2 ຫົວ

ນຳ້ຕານ 3 ບ່ວງ​ແກງ

ເຫຼົ້າສຳລັບ​ລ້າງ

ວິທີ​ລ້າງ

ແກງກະເພາະປາ

ແກງກະເພາະປາ

ກະ​ເພາະ​ປາ​ແຊ່ນຳ້​ໃຫ້​ອ່ອນ​ລ້າງ​ໃສ່​ນຳ້​ຂີງ ຫຼື ນຳ້ເຫຼົ້າ ປີ້ນ​ອອກ​ໄວ້​ສະ​ເດັດນຳ້, ການ​ກະກຽມ ກະ​ເພາະປາ​ຕັດ​ເປັນ​ຕ່ອນ​ຂະໜາດ 1 ຂໍ້ມື, ​ແປ້ງ​ສາລີກອຍ​ໃສ່​ນຳ້​ປະ​ໄວ້, ເຫັດ​ຫອມ​ແຊ່​ນຳ້​ໃຫ້​ອ່ອນ​ຕັດ​ຕີນ​ອອກ​ຊອຍ​ສະຫຼຽງ, ຫອມປ້ອມລ້າງ​ນຳ້ໃຫ້​ສະອາດ​ເດັດ​ເປັນ​ໃບ.

ວິທີປຸງ ແກງກະເພາະປາ

​ເອົາ​ນຳ້​ໃສ່ໝໍ້ຄ້າງ​ໄຟ​ຟົດ​ເອົາ​ໄກ່​ລົງ​ຕົ້ມ​ໃສ່​ໃຫ້​ສຸກ​ ​ເຄື່ອງປຸງ​ທຸກ​ຢ່າງ​ແລ້ວ​ຕັກ​ໄກ່​ມາ​ຈີກ​ເປັນ​ເສັນນ້ອຍໆຝອຍໆ ແລ້ວ​ນຳ​ລົງໝໍ້ຄືນ​ພ້ອມ​ດ້ວຍໜໍ່​ໄມ້, ​ເຫັດ​ຫອມ, ກະ​ເພາະ​ປາ, ​ໄຂ່​ນົກ ປຸງ​ລົດ​ໃຫ້​ພໍ ດີ ​ກ່ອນ​ຈະ​ປົງ​ໃຫ້​ເອົາ​ແປ້ງ​ໃສ່​ເວລາ​ເສີ​ບ​ໄດ້ ໃສ່​ພິກ​ໄທ ແລະຫອມປ້ອມ​ໂຮຍໜ້າ ຮັບປະ​ທານຮ້ອນໆ.