ພິມ ພິມ

ແກງກະລີ່ໄກ່

0

ເຄື່ອງປະກອບ

ໄກ່ 1 ໂຕ

ເກືອ 1 ບ່ວງແກງ

ກະລີ່ 2 ບ່ວງແກງ

ນຳ້ປາ 1 ບ່ວງແກງ

ຜັກທຽມແຫ້ງ 1 ຂີດ

ໝາກເຜັດໃຫຍ່ແຫ້ງ 15 ໜ່ວຍ

ເຄື່ອງເທດ 1 ບ່ວງຊາ

ມັນຝຣັ່ງ 1/2 ກິໂລ

ຜັກບົ່ວໃຫຍ່ 3 ຫົວ

ກະລົດ 3 ຫົວ

ໝາກພ້າວ 1 ໜ່ວຍໃຫຍ່

ນ້ຳຕານ 2 ບ່ວງແກງ

ການກະກຽມ

ແກງກະລີ່ໄກ່

ແກງກະລີ່ໄກ່

ໄກ່ຄົວລ້າງນຳ້ໃຫ້ສະອາດຕັດເປັນຕ່ອນໃຫຍ່ພໍສົມຄວນ, ໃສ່ເກືອ, ກະລີ່, ນຳ້ປາ, ແປ້ງນົວ, ນຳ້ຕານ, ຂົ້ວໃຫ້ທົ່ວປະໄວ້, ຜັກບົ່ວຜັກທຽມແຫ້ງແກະກາບອອກຊອຍບາງໆ, ໝາກເຜັດແກະແກ່ນອອກແຊ່ນຳ້ໃຫ້ອ່ອນ ຝັກໃຫ້ແຫລກ, ເຄື່ອງເທດຂົ້ວໄຟອ່ອນໆຕຳໃຫ້ແຫລກ, ມັນຝລັ່ງປອກລ້າງນ້ຳໃຫ້ສະອາດ, ແຊ່ນຳ້ປະໄວ້, ກະລົດ ປອກເປືອກລ້າງນຳ້ໃຫ້ສະອາດຕັດເປັນຕ່ອນມົນ ແລະ ຍາວ, ແກະສະລັກໃຫ້ງາມ, ເອົາຜັກບົ່ວຜັກທຽມ, ໝາກເຜັດເຄື່ອງເທດທີ່ຕຳໃຫ້ເຂົ້າກັນ, ໝາກພ້າວຂູດປັ້ນເອົານ້ຳກະທິ 3 ຖ້ວຍ, ຫົວຜັກບົ່ວໃຫຍ່ປອກເປືອກອອກ ລ້າງນຳ້ໃຫ້ສະອາດຊອຍເປັນຕ່ອນສີ່ລ່ຽມ.

ວິທີປຸງ ແກງກະລີ່ໄກ່

ເອົານຳ້ຫົວກະທິຂ້ຽວໃຫ້ແຕກມັນ ເອົາເຄື່ອງຫອມທຸກຢ່າງລົງຂ້ຽວໃຫ້ຫອມ ຈາກນັ້ນເອົາໄກ່ທີ່ເອືອບໄວ້ ລົງຂົ້ວໃຫ້ສຸກ, ເອົານຳ້ປາຍກະທິໃສ່ຫຸມປະໄວ້ 20 ນາທີ ປຸງລົດໃຫ້ພໍດີ, ຕາມດ້ວຍມັນຝຣັ່ງ, ກະລົດ, ຫົວຜັກບົ່ວໃຫຍ່ ລົງຮັບປະທານຮ້ອນໆ.

ແຊຣ.