- kinzapzap - http://www.kinzapzap.com -

ເອາະຫຼາມ

ເອາະຫລາມ

ເອາະຫລາມ

ເຄື່ອງປະກອບ

ການກະກຽມ

ຊີ້ນລ້າງໃຫ້ສະອາດ ປາດໃຫ້ເປັນຕ່ອນໜ້າ ປິ້ງໄຟໃຫ້ຫອມເປັນຕ່ອນຂະໜາດໍ້ມື. ຫົວສີໄຄ, ຫອມບົວແຫ້ງ, ຫອມທຽມແຫ້ງ, ໝາກເຜັດດິບ, ເຂົ້າໜຽວປິ້ງໄຟໃຫ້ເຫລືອງ, ໝາກເຂືອລ້າງຜ່າເຄິ່ງ, ໝາກຖົ່ວຊອຍເປັນຕອນຍາວຂະໜາດ 1 ຂໍ້, ໝາກແຂ້ງບິດຂ້ວນອອກ, ໜັງເຄັມເຜົາໄຟ ໃຫ້ສຸກ ຕັດໃຫ້ສັ້ນແຊ່ນຳ້ໃຫ້ອ່ອນ, ຜັກບົ່ວ, ຜັກຊີ, ອີ່ຕູ່ ລ້າງໃຫ້ສະອາດຕັດໃຫ້ສັ້ນ, ສະຄ່ານຕັດໃຫ້ສັ້ນ ຂະໜາດ 1 ຂໍ້ມື.

ວິທີປຸງ ເອາະຫລາມ

​ເອົານຳ້ໃສ່ໝໍ້ຂາງໄຟໃຫ້ນຳ້ຝົດ ເອົາຫົວສີໄຄລ້າງ, ຊີ້ນງົວ, ໜັງເຄັມ, ຕອງປາແດກລົງຕົ້ມໄປຈົນຊີ້ນ ເປື່ອຍພໍດີ, ໃສ່ມາກເຂືອ, ເຂົ້າຈີ່ບິເປັນຕ່ອນນ້ອຍ, ໝາກແຂ້ງ, ໝາກຖົ່ວ, ສະຄ່ານ ຫລັງຈາກນັ້ນ ຕັກໝາກເຂືອອອກຕຳໃຫ້ແຫລກ ແລ້ວເອົາລົງໝໍ້ຄືນ ພ້ອມດ້ວຍເຄື່ອງຫອມຕ່າງໆປຸງລົດໃຫ້ພໍດີ ແລະ ໃສ່ຜັກຕ່າງໆ ປົງລົງຮັບປະທານຮ້ອນໆ.