ພິມ ພິມ

ເອາະຫຼາມ

0
ເອາະຫລາມ

ເອາະຫລາມ

ເຄື່ອງປະກອບ

  • ຊີ້ນ ເຄິ່ງໂລ
  • ໝາກເຂືອ 10 ໜ່ວຍ
  • ໝາກຖົ່ວຍາວ 10 ຟັກ
  • ໝາກແຂ້ງ 1 ຖ້ວຍນ້ອຍ
  • ຜັກຕຳນິນ 0.3 ກິໂລ
  • ຫອມບົວແຫ້ງ 5 ຫົວ ແລະ ຫອມທຽມ 5 ຫົວ
  • ຜັກຊີ, ອີ່ຕູ່, ຜັກບົວສົດແນວລະ 1 ມັດ
  • ຫົວສີໄຄ 3 ຫົວ
  • ປາແດກ 1/2, ໝາກເຜັດດິບ 10 ໜ່ວຍ
  • ໜັງເຄັມ 5 ຕ່ອນ ແລະ ສະຄ່ານ 1 ທ່ອນ
  • ເຂົ້າໜຽວ 1 ປັ້ນນ້ອຍ, ນຳ້ປາ 2 ບ່ວງຊ້ອມ, ເກືອ 1 ບ່ວງຊາ ແລະ ແປ້ງນົວ

ການກະກຽມ

ຊີ້ນລ້າງໃຫ້ສະອາດ ປາດໃຫ້ເປັນຕ່ອນໜ້າ ປິ້ງໄຟໃຫ້ຫອມເປັນຕ່ອນຂະໜາດໍ້ມື. ຫົວສີໄຄ, ຫອມບົວແຫ້ງ, ຫອມທຽມແຫ້ງ, ໝາກເຜັດດິບ, ເຂົ້າໜຽວປິ້ງໄຟໃຫ້ເຫລືອງ, ໝາກເຂືອລ້າງຜ່າເຄິ່ງ, ໝາກຖົ່ວຊອຍເປັນຕອນຍາວຂະໜາດ 1 ຂໍ້, ໝາກແຂ້ງບິດຂ້ວນອອກ, ໜັງເຄັມເຜົາໄຟ ໃຫ້ສຸກ ຕັດໃຫ້ສັ້ນແຊ່ນຳ້ໃຫ້ອ່ອນ, ຜັກບົ່ວ, ຜັກຊີ, ອີ່ຕູ່ ລ້າງໃຫ້ສະອາດຕັດໃຫ້ສັ້ນ, ສະຄ່ານຕັດໃຫ້ສັ້ນ ຂະໜາດ 1 ຂໍ້ມື.

ວິທີປຸງ ເອາະຫລາມ

​ເອົານຳ້ໃສ່ໝໍ້ຂາງໄຟໃຫ້ນຳ້ຝົດ ເອົາຫົວສີໄຄລ້າງ, ຊີ້ນງົວ, ໜັງເຄັມ, ຕອງປາແດກລົງຕົ້ມໄປຈົນຊີ້ນ ເປື່ອຍພໍດີ, ໃສ່ມາກເຂືອ, ເຂົ້າຈີ່ບິເປັນຕ່ອນນ້ອຍ, ໝາກແຂ້ງ, ໝາກຖົ່ວ, ສະຄ່ານ ຫລັງຈາກນັ້ນ ຕັກໝາກເຂືອອອກຕຳໃຫ້ແຫລກ ແລ້ວເອົາລົງໝໍ້ຄືນ ພ້ອມດ້ວຍເຄື່ອງຫອມຕ່າງໆປຸງລົດໃຫ້ພໍດີ ແລະ ໃສ່ຜັກຕ່າງໆ ປົງລົງຮັບປະທານຮ້ອນໆ.

ແຊຣ.