- kinzapzap - http://www.kinzapzap.com -

ເອາະກະທິໄກ່

ເຄື່ອງປະກອບ

ໄກ່: 1 ໂຕ

ໝາກພ້າວຂູດ: 300g

ໝາກເຜັດໃຫຍ່ແຫ້ງ: 20 ໜ່ວຍ

ສີໄຄ: 2 ຫົວ

ຜັກບົ່ວແຫ້ງ: 10 ຫົວ

ຂ່າ: 5 ຜານ

ໝາກເຂື້ອ: 10 ໜ່ວຍ

ໝາກແຄ້ງ: 1 ຖ້ວຍ

ປາແດກ: 1/2 ຖ້ວຍ

ຜັກບົ່ວສົດ: 1 ມັດ

ໃບຂີ້ຫູດ: 5 ໃບ

ເກືອ: 1 ບ່ວງຊາ

ບົ່ວລະພາ: 1 ມັດ

ນຳ້ປາ: 2 ບ່ວງແກງ

ວິທີປຸງ ເອາະກະທິໄກ່

ເອາະກະທິໄກ່

ເອາະກະທິໄກ່

ໄກ່ຄົວລ້າງນຳ້ໃຫ້ສະອາດ ຕັດເປັນຕ່ອນໃຫຍ່ພໍສົມຄວນ, ໝາກພ້າວຄັ້ນນຳ້ໃຫ້ໄດ້ 3 ຖ້ວຍ, ໝາກເຜັດໃຫຍ່ແກະແກ່ອອກແຊ່ນນຳ້ໃຫ້ອ່ອນ ຝັກໃຫ້ແຫຼກ, ໝາກເຂື້ອປາດເປັນຕ່ອນ, ໝາກ ແຄ້ງລ້າງໃຫ້ສະອາດ, ຊອຍສີໄຄແລ້ວຕຳໃສ່ຫອມ, ບົ່ວແດງ ແລະ ໝາກເຜັດ, ໃບຂີ້ຫູດ, ຜັກບົ່ວ, ບົ່ວລະພາລ້າງນຳ້ໃຫ້ສະອາດປະໄວ້.

ແບ່ງເຄິ່ງນຳ້ຫົວກະທີຂ້ຽວໃຫ້ແຕກມັນ ແລ້ວ ເອົາເຄື່ອງຫອມລົງຂົ້ວໃຫ້ຫອມ ເອົາໄກ່ລົງໃສ່ ແລະ ໃສ່ເຄື່ອງປຸງຕ່າງໆ ພ້ອມດ້ວຍຜັກສະນິດຕ່າງໆ ປຸງລົດໃຫ້ພໍດີ ແລ້ວເອົາໃບຂີ້ຫູດລົງໃສ່ ແລະ ໃສ່ໃບຫອມສົດ.