ພິມ ພິມ

ເຟີຍເຕ່ ໂອ ໂຟຣມາຊ໌ (ແປ້ງພາຍ ອົບໃສ່ ເນີຍແຂງ)

0

ເຄື່ອງປະກອບ

ເຟີຍເຕ່ ໂອ ໂຟຣມາຊ໌

ເຟີຍເຕ່ ໂອ ໂຟຣມາຊ໌

ແປ້ງພາຍ : 250 g

ເນີຍແຂງ ເຊດາກ (cheddar) ຂູດເປັນເສັ້ນ : 100 g

ໄຂ່ໄກ່ : 1 ໜ່ວຍ (ເອົາແຕ່ໃຈເຫຼືອງ)

ນົມຈືດ : 1 ບ່ວງແກງ

ການກະກຽມ ເຟີຍເຕ່ ໂອ ໂຟຣມາຊ໌

  1. ເປີດເຕົາອົບ ປັບຄວາມຮ້ອນໃສ່ 180 ອົງສາ
  2. ກີ້ງແປ້ງພາຍໃຫ້ເປັນແຜ່ນໃຫຍ່ໜາ ປະມານ 2 cm. ຕັດເປັນສີ່ຫຼ່ຽມຄາງໝູ, ຂະໜາດ 1,5 cm x 6 cm
  3. ຕີໄຂ່ເຫຼືອງ ກັບ ນົມ ໃຫ້ເຂົ້າກັນ
  4. ທາໄຂ່ໃສ່ແປ້ງພາຍທີ່ຕັດໄວ້, ແລ້ວໂຮຍເນີຍແຂງໃສ່ໃຫ້ທົ່ວ
  5. ຈັບແຜ່ນທີ່ຕັດທັງສອງສົ້ນ ແລ້ວບິດໃຫ້ເປັນເສັ້ນຄືລໍຊໍ. ຫຼັງຈາກນັ້ນ ວາງໃສ່ຖາດເຕົາອົບ ທີ່ຫຸ້ມດ້ວຍເຈ້ຍ (ເຈ້ຍມັນສຳລັບໃຊ້ອົບ)
  6. ເອົາຖາດເຂົ້າເຕົາໃຊ້ເວລາອົບ 10 ຫາ 15 ນາທີ ຈົນເຫຼືອງດີ ໜ້າຮັບປະທານ
ແຊຣ.