- kinzapzap - http://www.kinzapzap.com -

ເຝີຂົ້ວລາດໜາ

ເຄື່ອງປະກອບ

  1. ເຝີເສັ້ນໃຫຍ່ 1 ໂລ
  2. ໄຂ່ໄກ່ 5 ໜ່ວຍ
  3. ໝາກເລ່ນ 3 ີດ
  4. ນຳ້ມັນພືດ 1 ຖ້ວຍນ້ອຍ
  5. ແປ້ງສາລີ 2 ບ່ວງແກງ
  6. ນຳ້ມັນຫອຍ 3 ບ່ວງແກງ
  7. ສະອີ້ວດຳ 3 ບ່ວງຊາ
  8. ສະອິ້ວພູເຂົາທອງ 3 ບ່ວງແກງ
  9. ແປ້ງນົວ 1/2 ບ່ວງແກງ
  10. ນຳ້ຕານ 1 ບ່ວງແກງ
  11. ເກືອ 1/2 ບ່ວງແກງ
  12. ຜັກກາດນາ 1.5 ໂລ
  13. ຜັກທຽມແຫ້ງ 5 ຫົວ
  14. ຊີ້ນໝູ ຫລື ຊີ້ນງົວ 0.5 ໂລ
  15. ພິກໄທ 1 ບ່ວງຊາ

ການກະກຽມ

ຊີ້ນງົວ ຫລື ຊີ້ນໝູ ລ້າງນຳ້ໃຫ້ສະອາດ ນຳມາຊອຍເປັນຕ່ອນບາງໆ, ເຝີລອກແຕ່ລະເສັ້ນອອກຈາກກັນ, ໝາກເລັ່ນລ້າງແລ້ວປາດເປັນປ່ຽງ, ຜັກກາດນາສ້ອຍແລ້ວຊອຍເປັນຕ່ອນຂົ້ວ, ແປ້ງກອຍໃສ່ນ້ຳປະໄວ້, ຜັກທຽມທຸບພໍແຕກ

ວິທີປຸງ ເຝີຂົ້ວລາດໜ້າ

ເອົານຳມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນ ແລ້ວເອົາຜັໄກທຽມຂົ້ວລົງພໍຫອມ ເອົາໄຂ່ລົງໃສ່ພໍແຫ້ມ ເອົາເສັ້ນເຝີ ຂົ້ວພໍແຫ້ມ ຕັກໃສ່ຈານປະໄວ້.

ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນ ເອົາຜັກທຽມລົງຂົ້ວພໍຫອມ ພ້ອມດ້ວຍຊີ້ນ, ຫລັງຈາກນັ້ນເອົາເກືອ, ແປ້ງນົວ, ນຳ້ຕານ, ສະອີ້ວດຳ, ສະອີ້ວພູເຂົາທອງ, ນຳ້ມນັຫອຍ ພ້ອມດ້ວຍພິກໄທ ລົງໃສ່ ແລ້ວຈຶ່ງເອົາຜັກກາດ ລົງໃສ່ກະພໍສຸກ ເອົາໝາກເລ່ນ, ແປ້ງທີ່ກອຍໄວ້ນັ້ນພໍຂຸ້ນ, ແລ້ວເອົາລາດໜ້າໝີ່.

ໝາຍເຫດ: ເຄື່ອງກິນກັບ: ນຳ້ຕານ, ໝາກເຜັດປົ່ນ, ໝາກເຜັດໃຫຍ່ຊອຍໃສ່ນຳ້ສົ້ມ.

ເຝີຂົ້ວລາດໜ້າ

ເຝີຂົ້ວລາດໜ້າ