- kinzapzap - http://www.kinzapzap.com -

ເປັດພະໂລ້

ເຄື່ອງປະກອບ

  1. ​ເປັດພາໂລ້

    ​ເປັດພາໂລ້

    ເປັດ 1 ໂຕ

  2. ສະອິວຂາວ 1/2 ຖ້ວຍ
  3. ສະອິວດຳ 1/2 ບ່ວງແກງ
  4. ສະອິວພູເຂົາທອງ 1/2 ຖ້ວຍ
  5. ນຳ້ຕານ 1 ຖ້ວຍ
  6. ນຳ້ມັນພືດ 1/2 ຖ້ວຍ
  7. ຜົງພະໂລ້ 1 ຊອງ
  8. ຜັກບົ່ວແຫ້ງ, ຜັກທຽມແຫ້ງຢ່າງລະ 5 ຫົວ
  9. ຜັກກາດນາ 0,5 ກິໂລ

ການກະກຽມ

ເປັດຄົວລ້າງນຳ້ໃຫ້ສະອາດ ເອົາເຄື່ອງໃນອອກຕັດຫົວ ແລະຕີນອອກໃຫ້ສະເດັດນຳ້, ຜັກບົ່ວ, ຜັກທຽມປອກທຸບພໍແຕກ, ຜັກກາດນາສ້ອມເປັນຕົ້ນແລ້ວນຳ້ໄປລວກນຳ້ຮ້ອນຕັດອອກແຊ່ນ້ຳເຢັນປະ ໄວ້.

ວິທີປຸງ ​ເປັດພະໂລ້

ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນ ເອົານຳ້ຕານລົງໃສ່ຄ້ຽວໃຫ້ເປັນສີແດງ ເອົາເປັດໃສ່ພ້ອມ ດ້ວຍເຄື່ອງປຸງຕ່າງໆແລະຜົງພະໂລ້ ໃສ່ໄຟອ່ອນໆຈົນເປັດສຸກແລະເປັນສີແດງ ຕັກຂຶ້ນໃຫ້ສະເດັດນຳ້ ແລ້ວຕັດເປັນຕ່ອນ ຈັດໃສ່ຈານໃຫ້ງາມ ນຳຜັກກາດນາມາລຽນແຖວໃສ່ ເວລາຈະເສີບໃຫ້ນຳນຳ້ມາ ລາດໃສ່ນຳໄປເສີບທັນທີ.