ພິມ ພິມ

ເຄັກຊ໋ອກໂກແລັດ ໃສ່ຈອກກາເຟ

0
ເຄັກຊ໋ອກໂກແລັດ ໃສ່ຈອກກາເຟ

ເຄັກຊ໋ອກໂກແລັດ ໃສ່ຈອກກາເຟ

ເຄື່ອງປະກອບ : ສຳລັບ 1 ຈອກ

• ຊ໋ອກໂກແລັດ ສຳລັບເຮັດອາຫານ : 40 g
• ເນີຍຈີດ : 30 g
• ນຳ້ຕານ : 20 g
• ແປ້ງອາເນກປະສົງ : 20 g
• ໄຂ່ໄກ່ : 1 ໜ່ວຍ

ວິທີເຮັດ ເຄັກຊ໋ອກໂກແລັດ ໃສ່ຈອກກາເຟ

1. ເອົາເນີຍຈີດ ແລະ ຊ໋ອກໂກແລັດທີ່ຕັດເປັນຕ່ອນນ້ອຍ ໃສ່ຈອກກາເຟ ແລ້ວເອົາເຂົ້າເຕົາໄມໂຄເວບ 30 ວິນາທີ ຫຼັງຈາກນັ້ນ ຄົນໃຫ້ເຂົ້າກັນ
2. ເອົາແປ້ງ, ໄຂ່ ແລະ ນຳ້ຕານໃສ່ ແລ້ວຄົນອີກໃຫ້ເປັນເນື້ອແຫຼວດີ
3. ເອົາຈອກເຂົ້າເຕົາໄມໂຄເວບອີກເທື່ອໜື່ງ ໃສ່ຄວາມຮ້ອນສູງສຸດ ໃຊ້ເວລາເວບ 1 ນາທີ ຖ້າວ່າຈາໍເປັນ ເພີ່ມເວລາອີກຈັກ 15 ວິນາທີ ຮັບປະທານຮ້ອນ ຫຼື ອຸ່ນ

ແຊຣ.