- kinzapzap - http://www.kinzapzap.com -

ເຄັກກ້ວຍ

ສ່ວນປະສ່ວນ

  • ແປ້ງເຂົ້າຈ້າວ ½ ກິໂລ
  • ເບກກິ້ງໂຊດາ ½ ຈອກນ້ອຍ
  • ເກືອ ½ ບ່ວງແກງ
  • ເນີຍ 1/3 ຖ້ວຍນ້ອຍ
  • ນໍ້າຕານຊາຍແດງ 1 ຖ້ວຍນ້ອຍ
  • ກ້ວຍຫອມ 1 ກິໂລ
  • ໄຂ່ 2 ໜ່ວຍ

ວິທີເຮັດ ເຄັກກ້ວຍ

ຊ້ເຕົາອົບທີ່ 180 ອົງສາ ກຽມທາອົບທາເນີຍ ຫຼື ສະເປນໍ້າມັນໃຫ້ທົ່ວໃນຖ້ວຍປະສົມໃບໃຫຍ່ໃສ່ແປ້ງເບກກິ້ງໂຊດາເກືອປະສົມເຂົ້າກັນປະໄວ້.

ອີກຖ້ວຍປະສົມໜຶ່ງນໍາເນີຍກັບນໍ້າຕານຊາຍແດງມາຕີໃຫ້ເຂົ້າກັນເມື່ອສໍາເລັດແລ້ວອີກຖ້ວຍໜຶ່ງນໍາເນີຍມາປະສົມກັບນໍ້າຕານຊາຍແດງມາຕີໃຫ້ເຂົ້າກັນອີກຄັ້ງປະໄວ້.

ກຽມກ້ວຍຫອມປອກແລ້ວນໍາສ້ອມມາຍີໆຈົນມີລັກສະນະເຫຼວໆແລ້ວນໍາມາປະສົມກັບສ່ວນປະສົມຂໍ້ 3 ໃຊ່ໄມ້ພາຍຄົນໃຫ້ເຂົ້າກັນ.

ນໍາສ່ວນປະສົມທີ່ໄດ້ມາເຕີມລົງໃນຖ້ວຍໃຫຍ່ທີ່ຕຽມປະແປ້ງໄວ້ໃຊ້ສະປາທູລ່າຄົນແປ້ງໃຫ້ເຂົ້າກັນນໍາສ່ວນປະສົມທັງໝົດເທລົງໃນຖາດອົບກຽງໃຫ້ພຽງໆກັນນໍາເຂົ້າເຕົາອົບໃຊ້ເວລາອົບປະມານ 1 ຊົ່ວໂມງ.

ນໍາອອກຈາກເຕົາອົບ ປະໄວ້ໃຫ້ເຢັນແລ້ວຕັດເປັນຕ່ອນພ້ອມເສີບ.

ເຄັກກ້ວຍຫອມ

ເຄັກກ້ວຍຫອມ