- kinzapzap - http://www.kinzapzap.com -

ເຂົ້າໜຽວໝາກມ່ວງ

 

ເຂົ້າໜຽວໝາກມ່ວງ

ເຂົ້າໜຽວໝາກມ່ວງ

ເຄື່ອງປະກອບ

ວິທີເຮັດ ເຂົ້າໜຽວໝາກມ່ວງ

  1. ໜື້ງເຂົ້າ ໃຊ້ເວລາປະມານ 25 ນາທີ
  2. ປະສົມນຳ້ກະທິ, ນຳ້ຕານ ແລະ ເກືອ ໃສ່ໝໍ້ຄ້າງໄຟອ່ອນໆ ຈົນຟົດແລ້ວໃສ່ໃບເຕີຍ ແລະປິດໄຟ ຍົກໝໍ້ອອກຈາກເຕົາ
  3. ຫຼັງຈາກເຂົ້າສຸກແລ້ວ ໃຫ້ຖອກໃສ່ຊາມ ແລ້ວເອົານຳ້ກະທິທີ່ຕົ້ມຖອກໃສ່ ປະສົມໃຫ້ເຂົ້າກັນ ໂດຍຄົນຢ່າງຊ້າໆສະໝຳ່ສະເໝີ ແລ້ວປະໄວ້ 1 ຊົ່ວໂມງ
  4. ປອກໝາກມ່ວງ ຕັດເປັນຕ່ອນສີ່ຫຼ່ຽມລູກເຕົາ
  5. ກຽມຈອກສີ່ໜ່ວຍ ເອົາເຂົ້າທີ່ປະສົມກະທິໃສ່ຈອກໜ້ອຍໜື່ງໃຫ້ພໍດີພໍງາມ ຕາມດ້ວຍໝາກມ່ວງ ເອົາເຂົ້າໃສ່ອີກເທື່ອໜື່ງ ແລ້ວເອົາໝາກມ່ວງຢອງໃສ່ ເຮັດເປັນຊັ້ນສະຫຼັບກັນ ໂຮຍໜ້າດ້ວຍໝາກງາ (ຫຼື ເສີບໃສ່ຈານຕາມປົກກະຕິ)