ພິມ ພິມ

ເຂົ້າໜຽວໝາກທຸລຽນ

0
ເຂົ້າໜຽວໝາກທຸລຽນ

ເຂົ້າໜຽວໝາກທຸລຽນ

ເຄື່ອງປະກອບ : ສຳລັບເຮັດເຂົ້າ

  • ເຂົ້າໜຽວ : 500 g
  • ນຳ້ກະທິ : 350 ml
  • ນຳ້ຕານຊາຍແດງ : 200 g
  • ເກືອ : 1 ບ່ວງກາເຟ

ວິທີເຮັດ

  • ໜື້ງເຂົ້າ ໃຊ້ເວລາປະມານ 25 ນາທີ
  • ປະສົມນຳ້ກະທິ, ນຳ້ຕານ ແລະ ເກືອ ໃສ່ຊາມ ຄົນຈົນເປື່ອຍ ແລ້ວເອົາເຂົ້າທີ່ໜື້ງສຸກພວມຮ້ອນຖອກໃສ່ ຄົນປະສົມໃຫ້ເຂົ້າກັນ ແລ້ວປະໄວ້ 30 ນາທີ

ເຄື່ອງປະກອບ : ສຳລັບເຮັດນຳ້ກະທິ

  • ເນື້ອທຸລຽນສຸກ ຈີກເປັນຕ່ອນ : 500 g
  • ນຳ້ກະທິ : 2 ຖ້ວຍນ້ອຍ
  • ເກືອ : 1/2 ບ່ວງກາເຟ
  • ນຳ້ຕານຊາຍແດງ : 100 g

ວິທີເຮັດ

ເອົານຳ້ກະທິໃສ່ໝໍ້ ຄ້າງໄຟອ່ອນໆ, ໃສ່ນຳ້ຕານ ແລະ ເກືອ ລົງໄປ ຄົນປະສົມຈົນນຳ້ຕານເປື່ອຍ ຟົດແລ້ວ ໃຫ້ເອົາໝາກທຸລຽນໃສ່ ຄົນໃຫ້ເຂົ້າກັນ ຕັກລາດໃສ່ເຂົ້າພ້ອມເສີບ

ແຊຣ.