ພິມ ພິມ

ເຂົ້າໜຽວແກ້ວ

0

ເຄື່ອງປະກອບ

ເຂົ້າໜຽວງາມໆ 3 ໂລ

ນຳ້ຕານ 1 ໂລ

ໝາກພ້າວ 1 ໂລ

ໃບເຕີຍ 5 ໂລ

ເກືອ 1 ບ່ວງຊາ

ງາຂາວ 0.1 ໂລ

ການກະກຽມ

ເຂົ້າໜຽວແກ້ວ

ເຂົ້າໜຽວແກ້ວ

ນຳເຂົ້າໜຽວມາມ່ານຳ້ໃຫ້ໄນ່ ປະມານ 3 ຊົ່ວໂມງ ແລ້ວໜື້ງໃຫ້ສຸກ, ພ້າວຂູດປັ້ນເອົານຳ້ຫົວຂຸ້ນໆໃຫ້ໄດ້ 1.5 ຖ້ວຍ ແລະ ນຳ້ປາຍ 3 ຖ້ວຍໃຫຍ່, ໃບເຕີຍຍ່ອງເອົາແຕ່ນຳ້ໃຫ້ໄດ້ 1 ຖ້ວຍໃຫຍ່, ງາຂາວຂົ້ວໄຟອ່ອນໆ ໃຫ້ຫອມ.

ວິທີປຸງ ເຂົ້າໜຽວແກ້ວ

ເອົານຳ້ຫົວກະທິໝາກພ້າວໃສ່ໝໍ້ຂ້ຽວໃຫ້ແຕກມັນ, ຫລັງຈາກນັ້ນໃຫ້ເອົານ້ຳໃບເຕີຍທີ່ກຽມໄວ້ນັ້ນລົງໃສ່ ພ້ອມດ້ວຍນຳ້ຕານ, ແລ້ວຈື່ງເອົາເຂົ້າທີ່ຫາກໍ່ໜື້ງສຸກໃໝ່ໆນັ້ນມາລົງໃສ່ໃຫ້ມັນ ຂົ້ວປະມານ 10 ນາທີ ເຕີມນຳ້ໃສ່ເພື່ອໃຫ້ແໜ້ນ, ຫລັງຈາກນັ້ນປະໄວ້ໃຫ້ເຢັນແລ້ວເອົາງາຂາວໂຮຍໃສ່ ແລ້ວນຳມາປາດເປັນຕ່ອນ 4 ລ່ຽມ ຫລື ສະຫລຽງ ສາມາດຮັບປະທານເປັນຂອງຫວານ.

ແຊຣ.