ພິມ ພິມ

ເຂົ້າໜົມໝໍ້ແກງ

0

ເຄື່ອງປະກອບ

  • ໄຂ່ໄກ່: 8 ໜ່ວຍ
  • ໄຂ່ເປັດ: 2 ໜ່ວຍ
  • ຖົ່ວຂຽວໜຶ້ງແລ້ວຕຳໃຫ້ລະອຽດ: 1 ຖ້ວຍ
  • ນຳ້ກະທິໝາກພ້າວ: 2 ຖ້ວຍ
  • ນຳ້ຕານ: 2 ຖ້ວຍ
  • ຫອມບົວແດງຈຽວ: 1/2 ຖ້ວຍ
  • ນຳ້ມັນພືດ: 3 ບ່ວງແກງ
  • ໃບເຕີຍຕັດເປັນຕ່ອນ: 6 ໃບ
ເຂົ້າໜົມໝໍ້ແກງ

ເຂົ້າໜົມໝໍ້ແກງ

ວິທີເຮັດ ເຂົ້າໜົມໝໍ້ແກງ

ຕີໄຂ່ທັງ 2 ຊະນິດລົງອ່າງ ປະສົມໃສ່ນຳ້ຫົວກະທິ, ນຳ້ຕານປະສົມເຂົ້າກັນ ໂດຍໃຊ້ໃບເຕີຍ ຄົນເອົາຜ້າຂາວມາຕອງແລ້ວນຳຖົ່ວທີ່ຕຳໄວ້ລົງໃສ່ ຫຼັງຈາກນັ້ນເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນແລ້ວ ເອົາສ່ວນປະສົມດັ່ງກ່າວມາກວນໄຟອ່ອນໆ ເມື່ອເລີ່ມຂຸ້ນແລ້ວນຳລົງມາຖອກໃສ່ຖາດ ນຳເຂົ້າເຕົາອົບ ດ້ວຍຄວາມຮ້ອນ 350*C  ໃຊ້ເວລາ 30 ນາທີ ຫຼື ຈົນສຸກ ແລະ ໜ້າເຂົ້າໜົມແຮ້ມ ເມື່ອສຸກແລ້ວເອົາອອກຈາກເຕົາອົບປະໄວ້ໃຫ້ເຢັນ ແລ້ວຕັດເປັນຕ່ອນສີ່ຫຼ່ຽມຈັດເສີບ ເອົາຫອມຈຽວ ໂຮຍໜ້າ.

ແຊຣ.