- kinzapzap - http://www.kinzapzap.com -

ເຂົ້າໜົມແໜບ

ເຄື່ອງປະກອບ

ເຂົ້າໜົມແໜບ

ເຂົ້າໜົມແໜບ

  1. ແປ້ງເຂົ້າໜຽວ 1 ໂລ
  2. ແປ້ງເຂົ້າຈ້າວ 0.3 ໂລ
  3. ນຳ້ຕານ 1.5 ຖ້ວຍນ້ອຍ
  4. ໝາກພ້າວກະຈາ 0.5 ໂລ
  5. ໃບຕອງຕາມຈຳນວນຕ້ອງການ
  6. ເກືອ 1 ບ່ວງຊາ
  7. ກະທິໝາກພ້າວ 0.5 ໂລ
  8. ນຳ້ມັນພືດ 1 ຖ້ວຍນ້ອຍ

ການກະກຽມ

ນຳເອົານຳ້ຕານ 0.5 ຖ້ວຍນ້ອຍມາຂົ້ວໃຫ້ໜ້າສີແດງ, ເອົາໝາກພ້າວກະຈາລົງຂົ້ວໃສ່ໃຫ້ຫອມ ແລະ ເປັນສີແດງປະໄວ້ ເພືອ່ໃຫ້ເປັນໃຈຂະໜົມ, ໝາກພ້າວຄັ້ນເອົານ້ຳຫົວກະທິ ແລະ ນຳ້ປາຍໃຫ້ໄດ້ 4 ຖ້ວຍນ້ອຍ ແລ້ວເອົານຳ້ຕານຈຳນວນ 5 ບ່ວງແກງມາລະລາຍນຳ້ປະສົມກັບແປ້ງເທື່ອລະໜ້ອຍ ນວດຈົນແປ້ງບໍ່ຕິດມື ແລະ ປະໄວ້, ນຳໃບຕອງມາເຊັດໃຫ້ສະອາດ ກຽນຫົວ ແລະ ປາຍອອກ.

ວິທີປຸງ ເຂົ້າໜົມແໜບ

ເອົານຳ້ມັນທອດໃສ່ຈານໄວ້ ຫລື ກຽມນຳແປ້ງທີ່ປະສົມແລ້ວ ມາປັ້ນເປັນກ້ອນມົນຂະໜາດບໍ່ໃຫຍ່ ເກີນໄປ ແລ້ວນຳເອົາໃຈຂະໜົມມາໃສ່ເຄິ່ງກາງ ແລ້ວປັ້ນໃຫ້ມົນອີກເທື່ອໜື່ງ ລົງໃສ່ນຳ້ມັນຢູ່ຈານ ຈາກນັ້ນ ນຳໃບຕອງທີ່ເຊັດແລ້ວມາເຮັດເປັນຮູບ 3 ລ່ຽມຄ້າຍຄືຈວຍ ນຳເອົາຂະໜົມທີ່ປັ້ນແລ້ວລົງໃສ່ຫໍ່ໃຫ້ງາມ ນຳເອົາ ໄປໜື້ງປະມານ 20-30 ນາທີ ສາມາດຮັບປະທານໄດ້.