- kinzapzap - http://www.kinzapzap.com -

ເຂົ້າໜົມທຽນໃສ້ເຄັມ

ເຄື່ອງປະກອບ

  1. ແປ້ງ້ເຂົ້າຈ້າວ 0.3 ກິໂລ
  2. ນຳ້ຕານ 0.1 ກິໂລ
  3. ເຂົ້າໜຽວ 1 ກິໂລ
  4. ຫອມບົ່ວແດງ 10 ຫາ 20 ຫົວ
  5. ຊີ້ນໝູ 0.5 ກິໂລ
  6. ເກືອ 1 ບ່ວງແກງ
  7. ໃບຕອງຕາມຈຳນວນຕ້ອງການ
  8. ນຳ້ມັນພືດ 1 ຖ້ວຍນ້ອຍ
  9. ນຳ້ຕານກ້ອນ 3 ກິໂລ
  10. ໝາກພ້າວຂູດ 0.5 ກິໂລ
  11. ຖົ່ວ 1/2 ໂລ

ການກະກຽມ

ຊີ້ນໝູລ້າງນຳ້ໃຫ້ສະອາດແລ້ວວຝັກໃຫ້ແຫລກ, ນຳມາຂົ້ວໃສ່ນຳ້ມັນ, ຫອມບົ່ວແດງ, ນຳ້ຕານ, ເກືອ.

ເອົານຳ້ຕານກ້ອນມາລະລາຍໃຫ້ລະອຽດ, ໝາກພ້າວຂູດປັ້ນເອົານຳ້ຫົວກະທິ ແລະ ນຳ້ປາຍ, ໃບຕອງ ເຊັດ ແລະ ກຽມໃຫ້ງາມ.

ວິທີປຸງ ເຂົ້າໜົມທຽນໃສ້ເຄັມ

ເອົາແປ້ງເຂົ້າໜຽວ, ເຂົ້າຈ້າວ ມາປະສົມເຂົ້າກັນຕາມອັດຕາສ່ວນທີ່ກຳນົດ ເມື່ອປະສົມເຂົ້າກັນ ແລ້ວເອົານຳ້ຕານກ້ອນທີ່ລະລາຍໄວ້ມາຄັ້ນໃຫ້ເຂົ້າກັນ ພ້ອມດ້ວຍນຳ້ກະທິໝາກພ້າວໃສ່ເທື່ອລະນ້ອຍ ເພື່ອບໍ່ໃຫ້ມັນແຫລວ ຄັ້ນຈົນບໍ່ໃຫ້ມັນຕິດມື ລ້ວນຳມາປັ້ນເປັນລູກກົມໆ ແລ້ວນຳມາຫໍ່ໃສ່ໃບຕອງໃຫ້ເປັນຮູບ 3 ລ່ຽມ ຫລື ຮູບຈວຍ ນຳມາໜື້ງປະມານ 30 ນາທີ ສາມາດຮັບປະທານໄດ້ (ສຳລັບໃບຕອງແມ່ນທານຳ້ມັນ ສາກ່ອນ)

ເຂົ້າໜົມທຽນໃສ້ເຄັມ

ເຂົ້າໜົມທຽນໃສ້ເຄັມ