- kinzapzap - http://www.kinzapzap.com -

ເຂົ້າພັດອາເມລິກາ

ເຄື່ອງປະກອບ

  1. ເຂົາຈ້າວເມັດງາມຫຸງໃຫ້ສຸກ 1 ຖ້ວຍນ້ອຍ
    ເຂົ້າພັດອາເມລິກາ

    ເຂົ້າພັດອາເມລິກາ

  2. ສຳບົ້ງຊອຍ 4ລ່ຽມນ້ອຍໆ 1/4 ຖ້ວຍນ້ອຍ
  3. ໝາກນັດຊອຍ 4 ລ່ຽມນ້ອຍໆ 1/4 ຖ້ວຍນ້ອຍ
  4. ໝາກລະແຊງແຫ້ງ 1/4 ຖ້ວຍນ້ອຍ
  5. ໝາກຖົ່ວກະແວຕົ້ມໃຫ້ສຸກຊອຍເປັນຕ່ອນ 4ລ່ຽມ 1/4 ຖ້ວຍນ້ອຍ
  6. ຫົວກະລົດຊອຍເປັນຕ່ອນ 4ລ່ຽມນ້ອຍ 1/4 ຖ້ວຍນ້ອຍ
  7. ເບີ 1/8 ກ້ອນ
  8. ເກືອ 2 ບ່ວງຊາ
  9. ພິກໄທ 1/4 ບ່ວງຊາ
  10. ຊອດໝາກເລັ່ນ 2 ບ່ວງແກງ

ການກະກຽມ

ເຂົາຍີ່ໃຫ້ແຕກ ໃສ່ຊອດໝາກເລັ່ນ ແລະ ເກືອ

ວິທີປຸງ ເຂົ້າພັດອາເມລິກາ

ເອົາເບີລະລາຍໃສ່ໝໍ້ທີ່ຄ້າງໄວ້ນັ້ນ, ເອົາຫອມບົ່ວໃຫຍ່ລົງຂົ້ວພໍມີກິ່ນຫອມ, ໃສ່ກະລົດ, ສຳບົ້ງ, ຖົ່ວກະແວ, ໝາກເຜັດຫວານ, ໝາກລະແຊງ ຄົນໃຫ້ເຂົ້າກັນ ເອົາເຂົ້າທີ່ຕຽມໄວ້ນັ້ນລົງຄົນໃຫ້ຈົນເຂົ້າແຕກ ແລ້ວໃສ່ໝາກນັດຄົນໃຫ້ທົ່ວອີກເທື່ອໜື່ງ ຕັກໃສ່ຈານເສີບພ້ອມໃສ້ກອກ, ໄຂ່ດາວ ຫລື ໄຂ່ໄກ່ກໍ່ໄດ້.