- kinzapzap - http://www.kinzapzap.com -

ເຂົ້າຜັດ 3 ສີ

ເຄື່ອງປະກອບ

ເຂົ້າຈ້າວສຸກ: 2 ຖ້ວຍ

ຊີ້ນໝູຊອຍ: 1 ຖ້ວຍ

ເມັດໝາກຖົ່ວກາແວ: 1 ຖ້ວຍ

ກາລົດຊອຍເປັນລ່ຽມລູກເຕົາ: 1 ຖ້ວຍ

ສາລີຊອຍເອົາແຕ່ເມັດ: 1 ຖ້ວຍ

ຫອມບົ່ວໃຫຍ່ຊອຍເປັນ 4 ລ່ຽມ: 1 ຖ້ວຍ

ຫອມບົ່ວສົດຊອຍແລບໆ: 1 ມັດ

ໄຂ່ໄກ່: 1 ໜ່ວຍ

ໄຂ່ຈືນແລ້ວຊອຍເປັນເສັ້ນ: 1 ໜ່ວຍ

ຜັກທຽມສັບລະອຽດ: 1 ບ່ວງແກງ

ນຳ້ຕານ: 1 ບ່ວງຊາ

ສະອີ້ວ: 1 ບ່ວງແກງ

ນຳ້ມັນ: 3 ບ່ວງແກງ

ເຂົ້າຜັດ 3 ສີ

ເຂົ້າຜັດ 3 ສີ

ວິທີປຸງ ເຂົ້າຜັດ 3 ສີ

ເອົານຳ້ມັນໃສ່ໝໍ້ຄ້າງໄຟໄວ້ໃຫ້ຮ້ອນ, ໃສ່ກະທຽມຂົ້ວພໍຫອມເອົາຊີ້ນລົງໃສ່ຂົ້ວໃຫ້ສຸກໃສ່ສາລີ, ກາລົດ, ໝາກຖົ່ວກະແວ ຄົນໃຫ້ເຂົ້າກັນປຸງລົດດ້ວຍນຳ້ຕານ ສະອີ້ວ ແລ້ວໃສ່ຫອມບົ່ວໃຫຍ່, ໃສ່ຫອມບົ່ວສົດຕັກໃສ່ຈານໂຮຍໜ້າດ້ວຍໄຂ່ທີຊອຍໄວ້.