- kinzapzap - http://www.kinzapzap.com -

ເຂົ້າຜັດຈີນ

ເຄື່ອງປະກອບ

  1. ເຂົາຈ້າວເມັດງາມ 1 ໂລ
  2. ໃສ່ກອກ 0.3 ໂລ
  3. ໄຂ່ໄກ່ 6 ໜ່ວຍ
  4. ຊີ້ນໜູ ຫລື ຊີ້ນໄກ່ 3 ຂີດ
  5. ນຳ້ສະອີ້ວ 1 ສ່ວນ 2 ຖວ້ຍນອ້ຍ
  6. ຫອມບົວໃຫ່ຍ 3 ຫົວ
  7. ນຳ້ມັນຫອຍ 3 ບ່ວງແກງ
  8. ນຳ້ມັນພຶດ 1 ຖວ້ຍນອ້ຍ
  9. ນຳ້ຕານ 1 ບ່ວງແກງ
  10. ຫອມບົວແຫ້ງ 5 ຫົວ
  11. ພິກໄທ 1.5 ບ່ວງຊາ
  12. ຫອມບົວສົດ 1ມັດ
  13. ເກືອ 1 ສ່ວນ 2 ບ່ວງແກງ
  14. ໜາກແຕງ , ໜາກເລັ່ນ ສຳລັບຈັດຈານແນວລະ 3 ໜ່ວຍ ຖ້າຕ້ອງການ ໃສ່ຜັກໃຫ້ເລືອກ ຕາມລະດູການ.

ການກະກຽມ

ເຂົ້າຈ້າວໃຫ້ສຸກ ໃສ້ກອ້ກຊອຍເປັນຕອນລູກເຕົາຈະຕ້ອງໃຫ້ສຸກ, ຫອມບົວໃຫ່ຍຕ້ອງຊອຍເປັນຕອນສີ່ແຫຼມຫອມບົວສົດຕ້ອງລ້າງນ້ຳໃຫ້ສະອາດ ແລ້ວກໍ່ຊອຍຕອນຫລວງຂວາງປະໄວ້ , ຫອມບົວແຫ້ງຕຳໃຫ້ລະອຽດໄຂ່ຕີປະໄວ້

ວິທີປຸງ ເຂົ້າຜັດຈີນ

ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນໃສ່ຫອມບົວດແດງໂດຍໃຫ້ເຫຼືອງຫອມເອົາໃສ້ກອກລົງຈືນ ເອົາຊີ້ນໝູ ຫຼື ຊີ້ນໄກ່ພໍສຸກເອົາໄຂ່ລົງໃສ່ຄົນໃຫ້ແຕກ ເອົາເຂົ້າລົງຂົ້ວໃສ່ພອ້ຍເຄື່ອງປຸງທຸກຢ່າງຂົ້ວໃຫ້ເຂົ້າກັນຊິມ ລົດໃຫ້ພໍດີ ເວລາຈະປົງເອົາຫອມບົວສົດຊອຍໃສ່ ພອ້ມດ້ວຍພີກໄທ ເຊີບພອ້ມດ້ວຍນຳ້ແກງ ແລະ ນຳ້ແຈ່ວ ໝາກເຜັດນຳ້ປາ.

ເຂົ້າຜັດຈີນ

ເຂົ້າຜັດຈີນ