ພິມ ພິມ

ເຂົ້າປູ້ນນຳ້ປາ

0

ເຄື່ອງປະກອບ

  • ປາ: 1 ກິໂລ
  • ໝາກພາວຂູດ: 0.5 ກິໂລ
  • ຊີ້ນໝູ: 300 gr
  • ຜັກບົ່ວ-ຜັກທຽມແຫ້ງ: 300 gr
  • ຂ່າອ່ອນ: 1 ຫົວ
  • ປາແດກ: 1.5 ຖ້ວຍ
  • ໝາກເພັດໃຫຍ່ແຫ້ງ: 20 ໜ່ວຍ
  • ໃບຂີ້ຫູດ: 5 ໃບ
  • ນຳ້ປາ: 3 ບ່ວງແກງ
  • ນຳ້ຕານ: 3 ບ່ວງແກງ
  • ເກືອ: 1 ບ່ວງແກງ
  • ກະປິ: 2 ບ່ວງແກງ
  • ສີໄຄ: 2 ຫົວ
  • ເຂົ້າປຸ້ນ: 3 ກິໂລ
ເຂົ້າປູ້ນນຳ້ປາ

ເຂົ້າປູ້ນນຳ້ປາ

ວິທີປຸງ ເຂົ້າປູ້ນນຳ້ປາ

ໝາກພ້າວປັ້ນເອົານຳ້ຫົວ ແລະນຳ້ປາຍ. ປາຄົວໃຫ້ສະອາດ. ຂ່າ, ຫົວສີໄຄ ໝົກໄຟໃຫ້ຫອມ ລ້າງນຳ້ໃຫ້ສະອາດ ແລ້ວທຸບປະໄວ້. ໝາກເພັດໃຫຍ່ແຫ້ງ ແກະອອກແຊ່ ນຳ້ໃຫ້ອ່ອນແລ້ວຝັກໃຫ້ແຫຼກ. ໃບຂີ້ຫູດລ້າງນຳ້ໃຫ້ສະອາດ. ຊີ້ນໝູບົກໃຫ້ລະອຽດ.

ເອົານຳ້ປາຍກະທິໃສ່ໝໍ້ຄ້າງໄຟໃຫ້ຟົດ ແລ້ວຕອງປາແດກລົງ ພ້ອມດ້ວຍຫົວຂ່າ, ສີໄຄ, ເກືອ ແລະ ປາກະພໍປາສຸກຕັກປາອອກມາແລ້ວນຳຊີ້ນໝູລົງຕົ້ມໃສ່ ແລະ ໃຈ້ກ້າງປາແລ້ວ ນຳລົງມໍ້ຄືນຈາກນັ້ນນຳນຳ້ຫົວກະທິແບ່ງເຄິ່ງ ແລ້ວຂ້ຽວໃຫ້ແຕກມັນເອົາເຄື່ອງຫອມທີຕຳໄວ້ລົງຂົ້ວໃສ່ໃຫ້ຫອມ ແລະ ມີໜ້າແດງ ຕັກລົງໃສ່ໜໍ້ນຳ້ປາຍກະທິແລ້ວປຸງລົດໃຫ້ພໍດີ.

ຜັກບົ່ງ, ໝາກປີ, ໝາກຖົ່ວ, ຜັກກະລຳປີ ລ້າງແລ້ວນຳມາຊອຍບາງໆ ຫອມລາບ, ຖົ່ວງອກ, ຜັກສະລັດ ແລະ ອື່ນໆ.

ແຊຣ.