- kinzapzap - http://www.kinzapzap.com -

ເຂົ້າປຸ້ນນົ້ປາ

ເຄື່ອງປະກອບ

ໝາກພ້າວແຫ້ງ 2 ໜ່ວຍ

ປານິນ 1 ໂລ

ຊີ້ນໝູ 4 ຂີດ

ກະດູກມູ 3 ຂີດ

ຄ່າອ່ອນ 1 ຫົວນ້ອຍ

ປາແດກ 1 ຖ້ວຍນ້ອຍ

ໝາກເຜັດໃຫຍ່ແຫ້ງ 20 ໜ່ວຍ

ໃບຂີ້ຫູດ 1 ມັດ

ຜັກທຽມແຫ້ງ 3 ຂີດ

ນ້ຳປາ 2 ບ່ວງແກງ

ນ້ຳຕານເຄິ່ງຖ້ວຍນ້ອຍ

ຜັກບົ່ວແຫ້ງ 3 ຂີດ

ເກືອ 1 ບ່ວງແກງ

ແປ້ງນົວ 1/2 ບ່ວງແກງ

ກະປິ 2 ບ່ວງແກງ

ຫົວສີໄຄ 2 ຫົວ

ເຂົ້າປຸ້ນ 5 ກິໂລ

ການກະກຽມ

ໝາກພ້າວຂູດປັ້ນເອົານຳ້ກະທິ 1 ຖ້ວຍໃຫຍ່

ນຳ້ປາຍ 3 ຖ້ວຍໃຫຍ່, ປານິນຄົວ ລ້າງນຳ້ໃຫ້ສະອາດ, ຫົວຄ່າມົກໄຟໃຫ້ຫອມ ລ້າງນຳ້ໃຫ້ສະອາດ ແລ້ວຊອຍບາງໆ, ໝາກເຜັດໃຫຍ່ແກະແກ່ນອອກແຊນຳ້ໃຫ້ອ່ອນ ຟັກໃຫ້ແຫລກ, ໃບຂີ້ຫູດລ້າງນ້ຳໃຫ້ສະອາດ, ຊີ້ນໝູຟັກໃຫ້ແຫລກ, ຜັກບົ່ວຜັກທຽມແກະກາບອອກຊອຍບາງໆຕຳໃຫ້ແຫລກ, ກະດູກໝູຕັດເປັນຕ່ອນນ້ອຍພໍດີ.

ວິທີປຸງ ເຂົ້າປຸ້ນນຳ້ປາ

ເຂົ້າປຸ້ນນຳ້ປາ

ເຂົ້າປຸ້ນນຳ້ປາ

ເອົານຳ້ປາຍກະທິຄ້າງໃສ່ໄຟໃຫ້ຟົດ ເອົາປາແດກຕອງລົງໃສ່ ກະພໍຟົດເອົາຫົວຄ່າ, ກະດູກໝູ, ປາ, ຊີ້ນ, ໝູປັ້ນເປັນກ້ອນ, ໃສ່ນຳ້ປາແປ້ງນົວ, ກະປິ, ເກືອ, ຕົ້ມພໍສຸກຕັກເອົາປາ ແລະ ຊີ້ນໝູອອກ. ໃຈ້ປາຕຳໃສ່ກັບ ຊີ້ນໝູ ແລ້ວຂົ້ວໄຟຮ້ອນຂະໜາດໃຫ້ຊີ້ນໝູ, ຊີ້ນປາແຫ້ງ.

ເອົານຳ້ຫົວກະທິເຄິ່ງໜື່ງກຽວພໍແຕກມັນ ແລ້ວເອົາເຄື່ອງຫອມທີ່ຕຳໄວ້ນັ້ນລົງຂົ້ວໃຫ້ຫອມ ແລະ ມີໜ້າ ສີແດງ ເອົາຊີ້ນໝູ ແລະ ຊີ້ນປາ ລົງຂົ້ວໃສ່ ຫລັງຈາກນັ້ນເອົາເຄື່ອງທັງໝົດຕັກລົງໃສ່ໝໍ້ນ້ຳປາຍປຸງລົດໃຫ້ພໍດີ ເອົານຳ້ຫົວກະທິ ຖອກລົງໃຫ້ຟົດແລ້ວປົງລົງ.

ເຍື່ອເຂົ້າປຸ້ນ

ຜັກບົ້ງ, ປີ 1 ຫົວ, ໝາກຖົ່ວ 1/2 ໂລ, ຜັກກະລຳປີ 1 ຫົວນ້ອຍ ຜັກຈຳນວນນີ້ຊອຍແລບໆ, ໝາກຖົ່ວ ງອກ 1/2 ໂລ, ຫອມລາບ 1 ຖ້ວຍໃຫຍ່.