- kinzapzap - http://www.kinzapzap.com -

ອົ່ວສົ້ມ

ເຄື່ອງປະກອບ

ໃສ້ອ່ອນມູ 3 ຂີດ

ຊີ້ນໝູຕິດມັນ 1 ໂລ

ນຳ້ຕານ 1 ບ່ວງແກງ

ເກືອ 1.5 ບ່ວງແກງ

ຜັກບົ່ວແຫ້ງ 3 ຫົວ

ຜັກທຽມແຫ້ງ 3 ຫົວ

ເຂົ້າຈ້າວທີ່ຫຸງແລ້ວ 2 ຖ້ວຍນ້ອຍ

ຫົວສີໄຄ 5 ຫົວ

ແປ້ງນົວ 1 ບ່ວງຊາ

ນຳ້ມັນພືດ 1 ລິດ

ອົ່ວສົ້ມ

ອົ່ວສົ້ມ

ການກະກຽມ

ຊີ້ນໝູລ້າງນຳ້ໃຫ້ສະອາດ ຝັກໃຫ້ແຫລກ, ໃສ້ໝູລ້າງນຳ້ໃຫ້ສະອາດຈົນບໍ່ມີກິ່ນ, ຜັກບົ່ອແຫ້ງ, ຜັກທຽມແຫ້ງ ແກະກາບ ຕຳໃຫ້ແຫລກ ຫົວສີໄຄຊອຍບາງໆຕຳໃສ່ກັນກັບຜັກບົ່ວແຫ້ງ ແລະ ຜັກທຽມແຫ້ງ.

ວິທີປຸງ ອົ່ວສົ້ມ

ເອົາຊີ້ນໝູ, ເຂົ້າຈ້າວ, ເກືອ, ແປ້ງນົວ, ນຳ້ຕານ, ເຄື່ອງຫອມ ຄັ້ນໃຫ້ເຂົ້າກັນ ແລ້ວນຳມາຍັດໃສ່ໃສ້ ໃຫ້ເຕັມພໍດີ ເຮັດເປັນຂໍ້ແລ້ວມັດ ນຳໄປຕາກແດດໃຫ້ແຫ້ງ ນຳມາຈືນໃຫ້ເຫລືອງ ຮັບປະທານຮ້ອນ.