ພິມ ພິມ

ອົ່ວດອກແຄ

0

ເຄື່ອງປະກອບ

ຊີ້ນໝູ ຫລື ຊີ້ນປາ 1 ກິໂລ

ດອກແຄ 40 ດອກ

ບົ່ວແຫ້ງ 5 ຫົວ

ຫົວສີໄຄ 3 ຫົວ

ໝາກເຜັດນ້ອຍ 15 ໜ່ວຍ

ລ້ອນ 1 ຫໍ່ໃຫຍ່

ບົ່ວສົດ 1 ມັດ

ຜັກຊີ 1 ມັດ

ເກືອ 1 ບ່ວງຊາ

ແປ້ງນົວ 1 ບ່ວງຊາ

ນ້ຳປາແດກ 1/2 ຖ້ວຍນ້ອຍ

ກະທິໝາກພ້າວ 1 ຖ້ວຍນ້ອຍ

ການກະກຽມ

ອົ່ວດອກແຄ

ອົ່ວດອກແຄ

ຊີ້ນໝູ ຫລື ປາ ລ້າງນຳ້ໃຫ້ສະອາດຝັກໃຫ້ແຫລກ, ດອກແຄລ້ງນຳ້ໃຫ້ສະອາດເດັດເກສອນອອກ, ຜັກບົ່ວແຫ້ງແກະກາບອອກຊອຍບາງໆ, ຫົວສີໄຄແກະກາບອອກຊອຍບາງໆ, ໝາກເຜັດນ້ອຍແຫ້ງແກະແກ່ນ ອອກແຊ່ນ້ຳໃຫ້ອ່ອນຝັກໃຫ້ແຫລກຕຳໃສ່ຫົວສີໄຄ, ຜັກບົ່ວແຫ້ງ. ເສັ້ນລ້ອນແຊ້ນ້ຳໃຫ້ອ່ອນຕັດໃຫ້ສັ້ນ, ຜັກຊີ ຫລື ຜັກບົ່ວຊອຍບາງໆ.

ວິທີປຸງ

ເອົາເຄື່ອງຫອມ, ຊີ້ນໝູ ຕຳໃສ່ກັນໃຫ້ໜຽວ ໃສ່ກະທິໝາກພ້າວ, ໃສ່ເກືອ, ແປ້ງນົວ, ນຳ້ປາແດກ, ປຸງລົດ ໃຫ້ພໍດີ, ເອົາຊີ້ນ, ລ້ອນທີ່ປຸງແລ້ວມາຍັດໃສ່ດອກແຄໃຫ້ເຕົມ ແລ້ວລຽນໃສ່ພາຖາດນ້ອຍ, ໜື້ງໃສ່ຊຶງໃຫ້ສຸກ ຖ້າໜື້ງໃສ່ຫວດ ໃຫ້ໃຊ້ໃບຕອງຫໍ່ເປັນມົກ ແລ້ວນຳໄປໜື້ງປະມານ 30 ນາທີຂຶ້ນໄປ.

ແຊຣ.