ພິມ ພິມ

ອົບຊີ້ນງົວ

0

ເຄື່ອງປະກອບ

  1. ຊີ້ນງົວ 1 ກິ​ໂລ
  2. ຜັກທຽມ​ແຫ້ງ 2 ຫົວ
  3. ເກືອ 1 ບ່ວງ​ຊາ
  4. ນຳ້ປາ 2 ບ່ວ​ງ​ແກງ
  5. ສະອິວ 2 ບ່ວງ​​ແກງ
  6. ພິກ​ໄທ 1 ບ່ວງ​ຊາ
    ອົບ​ຊີ້ນ​ງົວ

    ອົບ​ຊີ້ນ​ງົວ

  7. ນຳ້ຕານ 1 ບ່ວງ​ແກງ
  8. ແປ້ງ​ນົວ 1/2 ບ່ວງຊາ
  9. ເບີ 2 ບ່ວງ​ແກງ

ການກະກຽມ

​ຊີ້ນງົວລ້າງນຳ້ໃຫ້ສະອາດຕັດເປັນຕ່ອນ 4 ຫຼ່ຽມ, ຜັກທຽມແກະກາບອອກຕຳໃສ່ກັບນຳ້ຕານ.

ວິທີປຸງ ອົບ​ຊີ້ນ​ງົວ

ເອົາ​ຜັກທຍມທີ່​ຕຳ​ໄວ້​ໃສ່​ເກືອ, ສະອິວ, ນຳ້ປາ,​ ແປ້ງນົວ, ພິກ​ໄທ, ຊີ້ນ​ຄົນ​ໃຫ້​ເຂົ້າກັນ​ ໝັກໄວ້ ປະມານ 1 ຊົ່ວ​ໂມງ ​ແລ້ວ​ນຳ​ເອົາ​ເຂົ້າ​ເຕົາ​ອົບ​ໃສ່​ໄຟຮ້ອນຂະໜາດກາງ 15 ນາທີ ແລ້ວ​ປີ້ນ​ຄືນ​ພໍ​ສຸກ​ ຕັກ​ອອກ​ໃສ່​ຈານ,​ ເອົາ​ຜັກສະລັດຮອງຈັດ​ເສີ​ບຮ້ອນກັບ​ຊອດໝາກ​ເລັ່ນ ຫຼື ໝາກ​ເຜັດ.

ແຊຣ.