ພິມ ພິມ

ອົບໄກ່

0
ອົບໄກ່

ອົບໄກ່

ເຄື່ອງປະກອບ ສຳລັບ 4 ຄົນ

  • ໄກ່: 1 ໂຕ (1.5 ກິໂລ)
  • ຜັກທຽມແຫ້ງ: 2 ຫົວ
  • ເກືອ: 1 ບ່ວງນ້ອຍ
  • ນຳ້ສະອີ້ວ: 2 ບ່ວງແກງ
  • ນຳ້ປາ: 2 ບ່ວງແກງ
  • ນຳ້ຕານ: 1 ບ່ວງແກງ
  • ພິກໄທ: 1 ບ່ວງນ້ອຍ
  • ນຳ້ມັນເບີ: 2 ບ່ວງແກງ

ການກະກຽທ

ໄກ່ຄົວລ້າງນຳ້ໄຫ້ສະອາດຕັດຫົວ ແລະ ຕີນ ອອກໄວ້, ຜັກທຽມແຫ້ງແກະກາບອອກຕຳໃຫ້ແຫຼກໃສ່ກັບນຳ້ຕານ

ວິທີປຸງ ອົບໄກ່

ຜັກທຽມທີ່ຕຳກັບນຳ້ຕານ ໃສ່ເກືອ, ນຳ້ປາ, ນຳ້ສະອີ້ວ, ພິກໄທ ຄົນເຂົ້າກັນໄຫ້ເປື້່ອຍນຳມາທາໃສ່ໄກ່ໃຫ້ທົ່ວ ເອືອບໄວ້ປະມານ 1 ຊົ່ວໂມງ, ກ່ອນຈະເອົາເຂົ້າເຕົາອົບ ໃຊ່ເບີທາໄກ່ໃຫ້ທົ່ວ ອົບໄຟຂະໜາດກາງປະມານ 15 ນາທີຕັກນຳ້ມັນໄກ່ທີ່ໄຫຼອກຮວດໂຕໄກ່ໃຫ້ທົ່ວອີກເທື່ອໜື່ງອົບໄວ້ປະມານ 15 ນາທີ, ກະພໍສຸກເຫຼືອງ ແລ້ວເອົາອອກຈາກເຕົາປະໄວ້ໃຫ້ເຢັນຈີ່ງຕັດລຽນໃສ່ຈານໃຫ້ງາມ

ແຊຣ.