- kinzapzap - http://www.kinzapzap.com -

ອາເມລິກັນ ກຸກກີ່ສ໌

ອາເມລິກັນ ກຸກກີ່ສ໌

ອາເມລິກັນ ກຸກກີ່ສ໌

ເຄື່ອງປະກອບ : ສຳລັບ 6 ຄົນ

• ໄຂ່ໄກ່ : 1 ໜ່ວຍ
• ນຳ້ຕານ : 85 g
• ເນີຍຈີດ : 85 g
• ແປ້ງອາເນກປະສົງ : 150 g
• ຊ໋ອກໂກແລັດເປັນເມັດ : 100 g
• ນຳ້ຕານວານີລາ : 1 ຊອງ
• ຜົງຟູ : 1 ບ່ວງກາເຟ
• ເກືອ : ½ ບ່ວງກາເຟ

ວິທີເຮັດ ອາເມລິກັນ ກຸກກີ່ສ໌

1. ເອົາເນີຍໃສ່ຖ້ວຍໃຫຍ່ປະໄວ້ນອກໃຫ້ເປື່ອຍ ແລ້ວປະສົມກັບນຳ້ຕານ
2. ເອົາໄຂ່ ແລະ ນຳ້ຕານວານີລາໃສ່
3. ເທແປ້ງໃສ່ເທື່ອລະໜ້ອຍ, ຜົງຟູ, ເກືອ ແລະ ຊ໋ອກໂກແລັດ ແລ້ວປະສົມໃຫ້ເຂົ້າກັນ
4. ທາເນີຍໃສ່ຖາດອົບ ເອົາແປ້ງທີ່ປະສົມມາເຮັດເປັນແຜ່ນກຸກກີ່ສ໌ ວາງໃສ່ຖາດໃຫ້ຫ່າງກັນ ເພາະມັນຈະໂພງຂື້ນເວລາສຸກ
5. ເອົາຖາດເຂົ້າເຕົາ ປັບຄວາມຮ້ອນໃສ່ 180 ອົງສາ ໃຊ້ເວລາອົບ 8 ຫາ 10 ນາທີ ຄວນເອົາຖາດອອກເຕົາໂລດ ຖ້າເຫັນວ່າຂອບກຸກກີ່ສ໌ ເລີ່ມມີສີເຂັ້ມ