ພິມ ພິມ

ຫອຍແສ້ນອົບວາຍຂາວ

0

ເຄື່ອງປະກອບ

  1. ຫອຍແສ້ນ 3 ຂີດ
  2. ຜັກທຽມ 1 ຫົວ
    ຫອຍແສ້ນອົບວາຍຂາວ

    ຫອຍແສ້ນອົບວາຍຂາວ

  3. ຮາກຫອມປ້ອມສັບລະອຽດ 1 ບ່ວງແກງ
  4. ພິກໄທ 1 ບ່ວງຊາ
  5. ເກືອ 1 ບ່ວງຊາ
  6. ເບີ 2 ບ່ວງແກງ
  7. ວາຍຂາວ 2 ບ່ວງແກງ

ການກະກຽມ

ຕຳຜັກທຽມໃສ່ກັບຮາກຫອມປ້ອມໃຫ້ລະອຽດ, ເກືອ, ພິກໄທ, ຫອຍລ້າງນຳ້ໃຫ້ສະອາດແກະ ຝາ 1 ອອກແລ້ວເຖໃສ່ຈານປະໄວ້.

ວິທີປຸງຫອຍແສ້ນອົບວາຍຂາວ

ເອົາເບີໃສ່ໝໍ້ຄ້າງໄຟໃຫ້ຮ້ອນ ພໍເບີລະລາຍປົງລົງໄວ້ ເຄື່ອງຫອມທີ່ຕຳໄວ້ໂຮຍໃສ່ໃຫ້ໝົດທຸກ ໜ່ວຍ ແລ້ວຕັກເບີທີ່ປະສົມກັບວາຍຂາວລົງໃສ່ຫອຍອີກເທື່ອໜຶ່ງນຳໄປອົບໄຟ 250 ອົງສາ ຈົນຜັກ ທຽມເຫຼືອງໜ້າຮັບປະທານແລ້ວຕັກອອກເສີບໄດ້ທັນທີ.

ແຊຣ.