ພິມ ພິມ

ຫມີ່ກ້ຽວ

0
ຫມີ່ກ້ຽວ

ຫມີ່ກ້ຽວ

ສ່ວນ​ປະກອບ

  • ຫມີ່ໄຂ່: 400 gr
  • ແຜ່ນກ້ຽວ: 200 gr
  • ກະດູກຂາຕັ້ງຫມູ: 1 kg
  • ຊີ້ນຫມູບົດ: 100 gr
  • ກຸ້ງສົດ: 100 gr
  • ໄຂ່ໄກ່: 4 ໜ່ວຍ
  • ຜັກທຽມ
  • ວຜັກກາດຂາວ
  • ຊີອີ໋ວຂາວ
  • ຊ໋ອດຫອຍ
  • ເກືອ
  • ຮາກຫອມປ້ອມ
  • ພິກໄທ
  • ຫົວຜັກບົ່ວແດງ ຫລື ຫົວບົ່ວໃຫຍ່
  • ຜັກບົ່ວໃບ
  • ຜັກຫອມປ້ອມ

ວິທີປຸງແຕ່ງ

ວິທີເຮັດນຳ້ຊຸບ

ລ້າງກະດູກຫມູແລ້ວເອົາລົງໄປລວກໃນນຳ້ເດືອດ ເອົາຂື້ນປະໄວ້. ຄ້າງຫມໍ້ໃຫມ່ ໃສ່ນຳ້ສະອາດ ເອົາກະດູກຫມູລົງແຊ່ປະໄວ້ຈັກ 10 ນາທີ ແລ້ວໃສ່ຫົວຜັກກາດຂາວ, ຫົວຜັກບົ່ວ, ຮາກຫອມປ້ອມ, ພິກໄທ ເມັດ ເກືອ. ຈາກນັ້ນເປີດໄຟ, ຖ້ານຳ້ເລີ້ມເດືອດໃຫ້ໃສ່ ຜົງເຄື່ອງປຸງລົດແລະຫມັ່ນຕັກຟອງອອກ ໃຫ້ນຳ້ໃສ. ເຮັດໄຟອ່ອນໆຕົ້ມໄປເລື້ອຍໆ ຫ້າມຄົນເພາະຈະເຮັດໃຫ້ນຳ້ຊຸບຂຸ້ນ.

ວິທີເຮັດສ່ວນປະສົມກ້ຽວ

ລ້າງກຸ້ງໃຫ້ສະອາດ, ແກະເປືອກອອກ ແລ້ວຊອຍໄວ້ບໍ່ໃຫ້ຫມຸ່ນຫຼາຍ. ເອົາກຸ້ງມາປະສົມກັບຊີ້ນຫມູບົດ ໃສ່ຜັກທຽມສັບ, ຊີອີ໊ວຂາວ, ຊ໋ອກຫອຍ, ເກືອ, ພິກໄທ ແລະໃສ່ໄຂ່. ນວດໃຫ້ເຂົ້າກັນແລ້ວປະໄວ້ໃນຕູ້ເຢັນ 5-10 ນາທີ ແລ້ວຈິ່ງນຳອອກມາຫໍ່.

ວິທີເຮັດລວກເສັ້ນຫມີ່ກ້ຽວ

ຄ້າງຫມໍ້ຈຽວຜັກທຽມ ແລ້ວຕັກຜັກທຽມອອກ ເອົານຳ້ມັນຈຽວປະໄວ້. ຄ້າງນຳ້ເຕັມຫມໍ້ໃຫ້ຟົດດີ ແລ້ວເອົາກ້ຽວລົງໄປຕົ້ມຈົນສຸກຕັກຂື້ນພັກໄວ້. ເອົາຫມີ່ເຫລືອງລົງໄປລວກຈາກນັ້ນຕັກຂື້ນໃຫ້ສະເດັດນຳ້ແລ້ວເອົານຳ້ມັນຈວຜັກທຽມລົງໃສ່ເພື່ອບໍ່ໃຫ້ເສັ້ນຕິດກັນແລະໃຫ້ຫມີ່ຫອມ. ເອົາຫມີ່ໃສ່ຖ້ວຍ ໃສ່ກ້ຽວທີ່ຕົ້ມໄວ້ແລ້ວຕັກນຳ້ຊຸບໃສ່ໂຮຍຜັກຫອມບົ່ວໃບ, ຜັກຫອມປ້ອມ ແລະກະທຽມຈຽວ.

ແຊຣ.